ງານ​ປະ​ກວດ​ສຽງ​ເພງ​​ຂອງ​ນັກ​ຂ່າວ​ຫວຽດນາມ​ຮອບ​ຊິງ​ຊະນະ​ເລີດທົ່ວ​ປະ​ເທດ​​ປີ 2016

ງານ​ປະ​ກວດ​ສຽງ​ເພງ​​ຂອງ​ນັກ​ຂ່າວ​ຫວຽດນາມ​ຮອບ​ຊິງ​ຊະນະ​ເລີດທົ່ວ​ປະ​ເທດ​​ປີ 2016 - ảnh 1
ນັກ​ຂ່າວ ຫ້າ​ທີ, ຂອງສະຖານີ ວິທະຍຸ ​ໂທລະພາບ
ດົ່ງ​ນາຍ ໄດ້​ມອບ​ລາງວັນ​ທີ​ໜຶ່ງ
(ພາບ: ມີງທົງ)


(vovworld) - ຕອນ​ຄຳ່​ວັນ​ທີ 28/8, ຢູ່​ໂຮງ​ລະຄອນ​ສະຖານີ ​ໂທລະພາບ​ນະຄອນ ​ໂຮ່ຈີ​ມິນ, ສະມາຄົມ​ນັກ​ຂ່າວ ຫວຽດນາມ​ໄດ້​ຈັດ​ຕັ້ງງານ​ປະ​ກວດ​ສຽງ​ເພງ​ຂອງ​ນັກ​ຂ່າວ​ ຫວຽດນາມ​ຮອບ​ຊິງ​ຊະນະ​ເລີດ​ທົ່ວ​ປະ​ເທດ​ປີ 2016. ບັນດານັກ​ຂ່າວ​ໄດ້​ຂັບ​ຮ້ອງ​ບັນດາ​ບົດ​ເພງ​ຍ້ອງຍໍ​ພັກ​ກອມ​ມູນິດ ຫວຽດນາມ, ປະທານ ​ໂຮ່ຈີ​ມິນ, ຄວາມ​ຮັກ​ຕໍ່​ບ້ານ​ເກີດ​ເມືອງ​ນອນ, ມູນ​ເຊື້ອ​ອັນ​ພິລະ​ອາດ​ຫານ​ຂອງ​ຊາດ. ພິ​ເສດ​ມີ​ຫຼາຍ​ບົດ​ເພງ​​ໂດຍ​ນັກ​ຂ່າວ​ຈັດ ​ແລະ ຂັບ​ຮ້ອງ​ເອງ. ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ທີ​ໜຶ່ງ​ໃຫ້ ນັກ​ຂ່າວ ຫ້າ​ທີ, ຂອງສະຖານີ ວິທະຍຸ ​ໂທລະພາບ ດົ່ງ​ນາຍ. ລາງວັນ​ທີ​ສອງ ​ແລະ ລາງວັນ​ທີ່​ໄດ້​ຮັບ​ການ​ຄັດ​ເລືອກຫຼາຍ​ສຸດ​ຈາກ​ຜູ້​ຊົມ​​ແມ່ນ​ມອບ​ໃຫ້ ຫງວຽນ​ທິ​ແທງ​ຖູ໋ຍ, ສະຖານີ ວິທະຍຸ ​ໂທລະພາບ ບິ່ງ​ເຟືອ​ກ. ສ່ວນ​ລາງວັນ​ທີສາມ​ແມ່ນມອບ​ໃຫ້​ນັກ​ຂ່າວ ຫງວຽນ​ທິງ​ອກ, ໜັງສືພິມ​ກົດໝາຍ ຫວຽດນາມ ​ແລະ ມິ​ງ​ເຈົາ, ສູນ​ກາງ​ສະມາຄົມ​ນັກ​ຂ່າວ ຫວຽດນາມ.

 

 

ຂ່າວ/ບົດ​ອື່ນ