(vovworld) - ວັນທີ 7/10, ຄະນະຕິດຕໍ່ພົວພັນກອງຊາວໜຸ່ມຕະລຸມບອນຢຶດຄອງນະຄອນຫຼວງ ປີ 1954 ໄດ້ຈັດຕັ້ງງານພົບປະທີ່ເປັນມູນເຊື້ອຢູ່ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 58 ປີແຫ່ງວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ (10/10/1954 – 10/10/2012). ທີ່ງານພົບປະ, ບັນດາອະດີດຊາວໜຸ່ມຕະລຸມບອນໄດ້ພ້ອມກັນຫວນຄືນມູນເຊື້ອອັນສະຫງ່າລາສີຂອງຊາວໜຸ່ມໃນເມື່ອກອນ ໃນວຽກງານປະຈັນບານນຳໜ້າບັ້ນຂົນຂວາຍ, ໂຄສະນາໃຫ້ປະຊາຊົນເຂົ້າຮ່ວມການເຄື່ອນໄຫວຕ່າງໆຄື; ກາງທຸງ, ປ້າຍໂຄສະນາ, ເຮັດອະນາໄມຖະໜົນຫົນທາງ… ເພື່ອຕ້ອນຮັບວັນປະຫວັດສາດທີ່ຍິ່ງໃຫຍ່ຂອງນະຄອນຫຼວງຮ່າໂນ້ຍ. ທ່ານນາງ Vuong Thi Hieu, ສະມາຊິກຊາວໜຸ່ມຕະລຸມບອນຢຶດຄອງນະຄອນຫຼວງ, ໃຫ້ຮູ້ວ່າ.
“ແຕ່ລະປີພວກຂ້າພະເຈົ້າໄດ້ຈັດການພົບປະເພື່ອຫວນຄືນອານຸສອນ ແລະ ແຕ່ລະເທື່ອເມື່ອເລົ່າເລື່ອງເກົ່າ, ເບິ່ງຮູບຖ່າຍ ຫຼື ຟິນຮູບເງົາເອກະສານກ່ຽວກັບວັນຢຶດຄອງນະຄອນຫຼວງ ຂ້າພະເຈົ້າກໍຫຼັ່ງນ້ຳຕາ. ກັບເມືອບ້ານ, ຂ້າພະເຈົ້າຍັງເລົ່າໃຫ້ລູກຫຼານຟັງກ່ຽວກັບມູນເຊື້ອຂອງກອງຊາວໜຸ່ມຕະລຸມບອນ ແລະ ພວກລູກຫຼານລ້ວນແຕ່ມີຄວາມເອກອ້າງທະນົງໃຈເພາະມີແມ່ ແລະ ແມ່ຍ່າໄດ້ມີໜ້າໃນວັນສຳຄັນຍິ່ງຂອງນະຄອນຫຼວງ, ຈາກນັ້ນຈະມີຄວາມພະຍາຍາມ, ສູ້ຊົນ”.