ງານພົບປະມິດຕະພາບອວຍພອນລະດູບານໃໝ່ປີຈໍ 2018

(VOVWORLD) -ຕອນຄ່ຳວັນທີ 06 ກຸມພາ, ຢູ່ຮ່າໂນ້ຍ, ສະຫະພັນຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ສົມທົບກັບຄະນະກຳມະການວຽກງານກ່ຽວກັບບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຈັດງານພົບປະມິດຕະພາບອວຍພອນລະດູບານໃໝ່ປີຈໍ 2018.

ເຂົ້າຮ່ວມ ແລະ ກ່າວຄຳເຫັນນະທີ່ນີ້, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ທົບທວນຄືນບັນດາຜົນງານພົ້ນເດັ່ນຂອງຫວຽດນາມ ໃນປີ 2017, ພ້ອມທັງຢືນຢັນວ່າ, ໝາກຜົນດັ່ງກ່າວແມ່ນຍ້ອນມີການສະໜັບສະໜູນ ແລະ ການຊ່ວຍເຫືຼອຂອງບັນດາອົງການຕາງໜ້າທູຕານຸທູດ, ບັນດາອົງການຈັດຕັ້ງສາກົນ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ.

        “ໂດຍຕາງໜ້າໃຫ້ການນຳລັດຫວຽດນາມ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ແລະ ຕີລາຄາສູງການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລ້ຳຄ່າຂອງບັນດາທ່ານ. ນີ້ຍັງແມ່ນການລະດົມກຳລັງໃຈຢ່າງແທດຈິງສຳລັບປະຊາຊົນຫວຽດນາມ ບົນເສັ້ນທາງແຫ່ງການພັດທະນາ, ສ້າງສັງຄົມໃຫ້ມີຄວາມສີວິໄລ, ຜາສຸກ”.

        ສ່ວນທ່ານ Jorge Rondon Uzcategui, ຫົວໜ້າຄະນະທູຕານຸທູດ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ເວເນຊູເອລາ ປະຈຳຫວຽດນາມ, ແບ່ງປັນວ່າ, ງານພົບປະແມ່ນກາລະໂອກາດເພື່ອເຮັດແໜ້ນ ກໍຄືຊຸກຍູ້ນ້ຳໃຈມິດຕະພາບຄວາມສາມັກຄີລະຫວ່າງປະຊາຊົນບັນດາປະເທດ ແລະ ເຊື່ອໝັ້ນວ່າ, ປີ 2018 ຈະສືບຕໍ່ແມ່ນປີບັນລຸຜົນສຳເລັດຂອງນ້ຳໃຈສາມັກຄີ, ມິດຕະພາບ, ພົບປະແລກປ່ຽນປະຊາຊົນລະຫວ່າງຫວຽດນາມ ແລະ ບັນດາປະເທດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ