ງານພົບປະແລກປ່ຽນມິດຕະພາບສະເຫຼີມສະຫຼອງ70ປີແຫ່ງວັນຊາດຫວຽດນາມແລະ24ປີແຫ່ງວັນຊາດອາກເມນີ

ງານພົບປະແລກປ່ຽນມິດຕະພາບສະເຫຼີມສະຫຼອງ70ປີແຫ່ງວັນຊາດຫວຽດນາມແລະ24ປີແຫ່ງວັນຊາດອາກເມນີ - ảnh 1
ງານພົບປະແລກປ່ຽນມິດຕະພາບສະເຫຼີມສະຫຼອງ70ປີ
ແຫ່ງວັນຊາດຫວຽດນາມແລະ24ປີແຫ່ງວັນຊາດອາກເມນີ
(ພາບ: dangcongsan.vn)


(vovworld) – ຕອນ​ບ່າຍວັນ​ທີ 05/09, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ອົງການມິດຕະພາບ​ຫວຽດນາມ, ສະມາຄົມ​ມິດຕະພາບ​ຫວຽດນາມ - ອາກ​ເມ​ນີ ​ໄດ້​ຈັດ​ງານ​ພົບ​ປະ​ມິດຕະພາບ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 70 ​ປີ​ແຫ່ງ​ວັນຊາດ​ຫວຽດນາມ​ ແລະ 24​ ປີ​​ແຫ່ງ​ວັນຊາດ​ອາກ​ເມ​ນີ. ກ່າວ​ຄຳ​ເຫັນ​ທີ່​ງານ​ພົບ​ປະ, ທ່ານ​ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ ອາກ​ເມ​ນີ ຫງວຽນ​ວັນ​ທ້ວນ ຖື​ວ່າ, ງານ​ພົບ​ປະ​ແລກປ່ຽນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ ​ເພື່ອ​ແນ​ປະກອບສ່ວນ​ຢ່າງຕັ້ງໜ້າ​ເຂົ້າ​ໃນ​ການ​ຮັດ​ແໜ້ນການ​ພົວພັນ​ມິດຕະພາບ, ຮ່ວມ​ມື, ພ້ອມ​ກັນ​ມຸ້ງ​ໄປ​ເຖິງ​ອະນາຄົດທີ່​ຈະ​ເລີ​ນຮຸ່ງ​ເຮືອງ​ໃຫ້​ທັງ 2 ປະ​ເທດ, 2 ຊາດ. ທ່ານ​ເລ​ຂາ​ທີ 3 ສະຖານທູດ​ສ.ອາກ​ເມ​ນີ ປະຈຳ​ຫວຽດນາມ Arsen Kotanjyan ​ໃຫ້​ຮູ້​​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຈະ​ສືບ​ຕໍ່​ສະ​ໜັບສະ​ໜູນ ​ແລະ ສົມ​ທົບ​ກັບ​ສະມາຄົມ​ມິດຕະພາບ​ຫວຽດນາມ - ອາກ​ເມ​ນີ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ ​ເພື່ອ​ປະກອບສ່ວນ​ຊຸກ​ຍູ້​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ ປະຊາຊົນ 2 ປະ​ເທດອາກ​ເມ​ນີ - ຫວຽດນາມ.

ຂ່າວ/ບົດ​ອື່ນ