ງານພົບປະແລກປ່ຽນມິດຕະພາບສະເຫຼີມສະຫຼອງວັນສະຖາປະນາ ລາຊະອານາຈັກແບນຊິກຄົບຮອບ185ປີ

ງານພົບປະແລກປ່ຽນມິດຕະພາບສະເຫຼີມສະຫຼອງວັນສະຖາປະນາ  ລາຊະອານາຈັກແບນຊິກຄົບຮອບ185ປີ - ảnh 1
ງານ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ສະ​ເຫຼີ​ມ​ສະຫຼອງ ວັນສະຖາ
ປະນາລາຊະອານາຈັກແບນ​ຊິກ​ ຄົບ​ຮອບ 185 ປີ
(ພາບອິນເຕີແນັດ)

(vovworld) - ຕອນ​ຄ່ຳ​ວັນ​ທີ 21/7, ທີ່​ຮ່າ​ໂນ້ຍ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ແບນ​ຊິກ ສົມ​ທົບ​ກັບສະ​ຖານທູດລາຊະອານາຈັກແບນ​ຊິກປະ​ຈຳ​ຫວຽດ​ນາມ ຈັດ​ຕັ້ງງານ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ສະ​ເຫຼີ​ມ​ສະຫຼອງ ວັນສະຖາປະນາ  ລາຊະອານາຈັກແບນ​ຊິກ​ ຄົບ​ຮອບ 185 ປີ (21/7/1831 – 21/7/2016). ເຂົ້າ​ຮ່ວມ​ມີ​ຜູ້​ຕາງ​ໜ້າ​ການ​ນຳ ສະຫະ​ພັນບັນດາອົງການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຫວຽດ​ນາມ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ແບນ​ຊິກ, ​ສະ​ຖານທູດລາຊະອານາຈັກແບນ​ຊິກ, ບັນ​ດາ​ວິ​ສາ​ຫະ​ກິດແບນ​ຊິກ​​ຢູ່​ຫວຽດ​ນາມ. ການ​ເຄື່ອນ​ໄຫວນີ້ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ກ່ຽວ​ກັບ​ທຸກ​ດ້ານ​ລະ​ຫວ່າງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ.

        ສ່ວນ​ທ່ານ​ນາງ Jehanne Roccas, ເອກອັກຄະລັກຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກແບນ​ຊິກ ​ປະ​ຈຳ​ຫວຽດ​ນາມ ຕີ​ລາ​ຄາ​ວ່າ: ພານຫຼັງ​ 43 ປີແຫ່ງ​ວັນ ສ້​າງ​ຕັ້ງການ​ພົວ​ພັນການ​ທູດ, ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ - ລາຊະອານາຈັກແບນ​ຊິກ ນັບ​ມື້​ນັບສະໜິດຕິດພັນ ຜ່ານການ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ບັນ​ດາ​ຂົງ​ເຂດ. ວົງ​ເງີນ​ການ​ຄ້າ​ສອງ​ຝ່າຍລະ​ຫວ່າງ​ 2 ປະ​ເທດ ​ເພີ່ມ​ຂຶ້ນຢ່າງລຽນ​ຕິດ ໃນ​ຊຸມ​ປີຜ່ານ​ມາ. ແບນ​ຊິກ ເອກອ້າງທະນົງໃຈ​ແມ່ນ ປ​ະ​ເທດ​ສົ່ງ​ອອກໃຫຍ່ອັນ​ດັບ 6 ມາ​ຫວຽດ​ນາມ ໃນສະຫະພາບເອີລົບ ແລະ​ກໍ່​ແມ່ນ​ປະ​ເທດ​ນຳ​ເຂົ້າ​ ສິນ​ຄ້າ ຂອງ​ຫວຽດ​ນາມໃຫຍ່​ອັນ​ດັບ 8.

 

ຂ່າວ/ບົດ​ອື່ນ