ງານພົບປະແລກປ່ຽນສິລະປະ”ຮ່ວມແຮງຮ່ວມໃຈບັນເທົາຄວາມລະທົມທຸກຈາກທາດພິດສີສົ້ມ”
(ພາບປະກອບ)
(vovworld) - ລາຍການພົບປະແລກປ່ຽນສິລະປະດ້ວຍຫົວຂໍ້ວ່າ”ຮ່ວມແຮງຮ່ວມໃຈບັນເທົາຄວາມລະທົມທຸກຈາກທາດພິດສີສົ້ມ” ດຳເນີນໃນຕອນຄຳ່ວັນທີ 2/8 ຢູ່ນະຄອນໂຮ່ຈີມິນ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມ, ວັນທີ 10/8, 10 ປີແຫ່ງວັນສ້າງຕັ້ງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ນະຄອນ ໂຮ່ຈີມິນ. ນອກຈາກບັນດາລາຍການສິລະປະທີ່ເປັນເອກະລັກສະເພາະ, ບັນດາຜູ້ແທນຍັງໄດ້ພົບປະແລກປ່ຽນກັບບຸກຄົນທີ່ດີເດັ່ນຈຳນວນໜຶ່ງ, ເຊິ່ງມີຜົນງານຫຼາຍຢ່າງໃນການເຄື່ອນໄຫວຊ່ວຍເຫຼືອ, ຕໍ່ສູ້ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ. ບັນດາຜູ້ແທນກໍ່ໄດ້ຊົມຮູບພາບກ່ຽວກັບຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊິນອີກ. ອ້າຍ ຫງວຽນດຶກ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຢູ່ນະຄອນໂຮ່ຈີມິນ, ໃຫ້ຮູ້ວ່າ:
“ປະຈຸບັນ, ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ໄດ້ມີຊີວິດການເປັນຢູ່ດີກວ່າເກົ່າ. ເຂົາເຈົ້າໄດ້ຮັບການຊ່ວຍເຫຼືອຈາກສັງຄົມ ແລະ ພິເສດແມ່ນບັນດານັກອຸປະຖຳ. ຫວັງວ່າການຊ່ວຍເຫຼືອຂອງສັງຄົມນັບມື້ນັບຫຼາຍກວ່າ ແລະ ວິວັດການໄປຊອກຫາຄວາມຍຸຕິທຳໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຈະຮັບຜົນສຳເລັດ“.
ທີ່ພິທີສະເຫຼີມສະຫຼອງ 10 ປີ ແຫ່ງວັນສ້າງຕັ້ງ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນນະຄອນ ໂຮ່ຈີມິນ ເປັນກຽດທີ່ໄດ້ຕ້ອນຮັບໃບຍ້ອງຍໍຂອງນາຍົກລັດຖະມົນຕີ.