ງານພົບປະແລກປ່ຽນສິລະປະ“ແປວໄຟໄວໜຸ່ມ”ຢູ່ເສົາທຸງແຫ່ງຊາດລຸງກູ໋

ງານພົບປະແລກປ່ຽນສິລະປະ“ແປວໄຟໄວໜຸ່ມ”ຢູ່ເສົາທຸງແຫ່ງຊາດລຸງກູ໋ - ảnh 1
ເສົາ​ທຸງ​ແຫ່ງ​ຊາດ​ ລຸງ​ກູ໋
(ພາບ: Nhật Anh/TTXVN)

(​vovworld) – ງານ​ພົບ​ປະ​ແລກ​ປ່ຽນ​ສິ​ລະ​ປະ “ແປວ​ໄຟ​ໄວ​ໜຸ່ມ” ຢູ່​ເສົາ​ທຸງ​ແຫ່ງ​ຊາດ​ ລຸງ​ກູ໋ ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 19/3 ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ​ລາຍ​ການ​ວັນ​ບຸນ “ເດືອນ 3 ຢູ່​ເຂດ​ຊາຍ​ແດນ” ປີ 2015. ລາຍ​ການ​ປະ​ກອບ​ສ່ວນ​ຕອບ​ບຸນ​ແທນ​ຄຸນ​ບັນ​ດາ​ນັກ​ວິ​ລະ​ຊົນ​ທີ່​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເຂດ​ຊາຍ​ແດນ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ, ຍ້ອງ​ຍໍ​ຊົມ​ເຊີຍ ແລະ ​ສົ່ງແປວ​ໄຟ​​ແຫ່ງຄວາມ​ຮັກ​ຕໍ່​ປະ​ເທດ​ຊາດ, ແປວ​ໄຟ​​ແຫ່ງ​ມູນ​ເຊື້ອ, ຄວາມ​ສຸດ​ຈິດ​ສຸດ​ໃຈ​ເຖິງ​ໄວ​ໜຸ່ມ​ເຂດ​ຊາຍ​ແດນ ຮ່າ​ຢາງ ເວົ້າ​ສະ​ເພາະ ແລະ ໄວ​ໜຸ່ມ​ທົ່ວ​ປະ​ເທດ​ເວົ້າ​ລວມ. ຈາກນັ້ນ, ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ ແລະ ​ພັນ​ທະຂອງ​ຕົນ​ໃນ​ໜ້າ​ທີ່​ສ້າງ​ສາ , ພ້ອມ​ກັນ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ແລະ ປະ​ກອ​ບ​ສ່ວນ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຂດ​ຫ່າງ​ໄກ​ຊອກຫຼີກ, ເຂດ​ຊາຍ​ແດນ ຮ່າ​ຢາງ.

    ​ງານ​ພົບ​ປະ​ແລກ​ປ່ຽນ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ພະ​ນັກ​ງານ, ນັກ​ຮົບ​ປ້ອ​ມ​ປ້ອງ​ກັນ​ຊາຍ​ແດນ ລຸງ​ກູ໋, ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ ແລະ ພວກນ້ອງ​ນັກ​ຮຽນ, ບັນ​ດາ​ນັກ​ຮົບ​ເກົ່າ - ຜູ້​ທີ່​ເຄີຍ​ເຂົ້າ​ຮ່ວມ​ການ​ຕໍ່​ສູ້​ໃນ​ບັ້​ນ​ຮົບ​ ຢູ່​ແຂວງ ຮ່າ​ຢາງ ທາງ​ພາກ​ເໜືອ ຫວຽດ​ນາ​ມ.

 


ຂ່າວ/ບົດ​ອື່ນ