ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມຢູ່ຫວຽດນາມ
(ພາບ: ອິນເຕີແນດ)
(vovworld) - ຕອນຄຳ່ວັນທີ 30/10, ຢູ່ນະຄອນ ເຫວ໋, ໄດ້ດຳເນີນ ງານພົບປະແລກປ່ຽນແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ ດ້ວຍຫົວຂໍ້ວ່າ “ເພື່ອໃຫ້ດິນຟື້ນຊີບ, ໃຫ້ຄົນອິີ່ມໜຳສຳລານ“, ດ້ວຍການເຂົ້າຮ່ວມຂອງບັນດາການນຳກະຊວງ, ຂະແໜງການ, ທ້ອງຖີ່ນ ແລະ ຜູ້ຕາງໜ້າ 10 ປະເທດອາຊຽນ ແລະ 8 ປະເທດຄູ່ເຈລະຈາເຊັ່ນ: ລັດເຊຍ, ຈີນ, ອາເມລິກາ, ອິນເດຍ, ຍີ່ປຸ່ນ ສ.ເກົາຫຼີ, ນິວຊີແລນ, ອົດສະຕາລີ. ໃນຈົດໝາຍຝາກມາລາຍການ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຕີລາຄາສູງ ແລະ ຍ້ອງຍໍບັນດາຜົນງານທີ່ບັນລຸໄດ້ໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຂອງທ້ອງຖີ່ນຕ່າງໆ.
ທີ່ງານພົບປະແລກປ່ຽນ, ພົນໂທ ຫງວຽນຈີ໋ວິ້ງ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຫວຽດນາມ, ໄດ້ປຸກລະດົມລາຍການ “ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມຢູ່ຫວຽດນາມ“.