ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 10

ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 10 - ảnh 1
ການ​ປະຊຸມ​ຂ່າວ ຂອງວິທະຍຸກະຈາຍສຽງຫວຽດນາມ

(vovworld) - ງານ​ມະ​ໂຫລານ​ກະຈາຍສຽງທົ່ວ​ປະ​ເທດ ຄັ້ງ​ທີ 10 ​ໂດຍ​ວິທະຍຸ​ກະຈາຍ​ສຽງ​ຫວຽດນາມ ​ແລະ ວິທະ​ຍຸ​ກະຈາຍສຽງ - ​ໂທລະພາບ ​ຮ່າ​ໂນ້ຍ ສົມທົບ​ກັນຈັດ​ຕັ້ງ ຈະ​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ​​ໃນ​ລະຫວ່າງວັນ​ທີ 12 – 15/6/2012. ນີ້​ແມ່ນ​ຂໍ້​ມູນ​ຂ່າ​ວ​ທີ່​ຍົກ​ອອກ​ມາ​​ໃນ​ການ​ປະຊຸມ​ຂ່າວ​ຖືກ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 11/6 ຢູ່​ສູນ​ກະຈາຍສຽງ​ແຫ່ງ​ຊາດ 58 ຖະໜົນ ກວນ​ຊື໋, ຮ່າ​ໂນ້ຍ. ຄະນະ​ຈັດ​ຕັ້ງງານ​ມະ​ໂຫລານ​ກະຈາຍສຽງ​ທົ່ວ​ປະ​ເທດ​ຄັ້ງ​ທີ 10 ​ໃຫ​້ຮູ້​ວ່າ: ​ໃນ​ຈຳນວນ 263 ບົດ​ເຂົ້າ​ຮ່ວມ​ການ​ເສັງ​ຂອງ 79 ຫົວໜ່ວຍ, ຜ່ານ​ຮອບຄັດ​ເລືອກ, ​ແມ່ນ​ເລືອກ​​ໄດ້ 193 ບົດ​ເຂົ້າ​ຮອບສຸດ​ທ້າຍ ​ເນື້ອ​​ໃນ​ຂອງ​ບັນດາ​ບົດ​ເສັງ ​ໄດ້​ສ່ອງ​ແສງ​​ເຖິງພາລະກິດ​ປ່ຽນ​ໃໝ່​ຢ່າງຮອບດ້ານ​ຂອງ​ປະ​ເທດ​ຊາດ ​ໃນ​ບັນດາ​ຂົງ​ເຂດ ການ​ເມືອງ, ​ເສດຖະກິດ, ວັດທະນະທຳ​ສັງຄົມ, ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ຊາດ, ນະ​ໂຍບາຍ​ຊົນ​ເຜົ່າ ​ແລະ ​ແນວທາງ​ການ​ຕ່າງປະ​ເທດ, ທ່າ​ອ່ຽງ​ເຊື່ອມ​ໂຍງຂອງ​ປະ​ເທດ​ຊາດ​ໃນ​ໄລຍະ​ໃໝ່.

ຂ່າວ/ບົດ​ອື່ນ