ງານລາຕີຊາວໜຸ່ມກອງທັບຫວຽດນາມ - ກຳປູເຈຍ

ງານລາຕີຊາວໜຸ່ມກອງທັບຫວຽດນາມ - ກຳປູເຈຍ - ảnh 1
ງານລາຕີຊາວໜຸ່ມກອງທັບຫວຽດນາມ - ກຳປູເຈຍ
(ພາບ: baodongnai.com.vn)

(vovworld) – ຕອນ​ຄຳ່​ວັນ​ທີ 22/6, ຢູ່​ແຂວງ ດົ່ງ​ນາຍ, ທະຫານ​ເຂດ 7 ສົມທົບ​ກັບ​ກົມ​ພົວພັນ​ຕ່າງປະ​ເທດ​ກະຊວງ​ປ້ອງ​ກັນຊາ​ດ ​ແລະ ຄະນະ​ຊາວ​ໜຸ່ມ​ກອງທັບ​ຈັດ​ຕັ້ງງານ​ລາຕີ​ຊາວ​ໜຸ່ມ​ກອງທັບ​ຫວຽດນາມ - ກຳປູ​ເຈຍ

ປີ 2012 ດ້ວຍ​ຫົວ​ຂໍ້​ວ່າ: ”ຮ່ວມ​ແມ່​ນ້ຳຂອງ - ນ້ຳ​ໃຈ​ອັນ​ເລິກ​ເຊິ່ງ” . ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ອັນ​ແທດ​ຈິງ ​ເພື່ອ​ສະ​ເຫຼີ​ມສະຫຼອງ 45 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ ”ປີ​ແຫ່ງ​ຄວາມ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ 2012”. ອ້າຍ Tharng Sovann, ນັກສຶກສາກ​ອງພັນ​ນ້ອຍ​ສາກົນ, ​ໂຮງຮຽນ​ນາຍ​ທະຫານ​ຊັ້ນ​ລຸ່ມ​ກອງ​ທະຫານ​ບົກ 2 - ມະຫາວິທະຍາ​ໄລ ​Nguyen Hue ໃຫ້​ຮູ້​ວ່າ:

        “​ໄດ້​ເຂົ້າ​ຮ່ວມ​ງານ​ລາຕີ, ຂ້າພະ​ເຈົ້າ​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​ຫຼາຍ. ງານ​ລາຕີ​ຄັ້ງ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມັກຄີ​ອັນ​ສະໜິດ​ແໜ້ນ​ລະຫວ່າງ​ສອງ​ປະ​ເທດ, ສອງ​ກອງທັບ. ຂ້າພະ​ເຈົ້າ​​ມາ​ຮຽນ​ຢູ່​ທີ່​ນີ້​ໄດ້​ມີ​ໂອກາດ​ເພື່ອ​ແລກປ່ຽນ​ບົດຮຽນ​ກັບ​ບັນດາ​ນັກ​ສຶກສາ​ຫວຽດນາມ “.

                                                              

ຂ່າວ/ບົດ​ອື່ນ