ງານລ້ຽງຂ່ຳນັບຮັບຕ້ອນທ່ານເລຂາທິການໃຫຍ່, ປະທານປະເທດ ສີຈີ້ນຜິງ ຢ່າງສົມກຽດ

(VOVWORLD) - ກ່າວຄຳເຫັນທີ່ງານລ້ຽງ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 19 
ງານລ້ຽງຂ່ຳນັບຮັບຕ້ອນທ່ານເລຂາທິການໃຫຍ່, ປະທານປະເທດ ສີຈີ້ນຜິງ ຢ່າງສົມກຽດ - ảnh 1 ງານລ້ຽງຕ້ອນຮັບທ່ານ ທ່ານເລຂາທິການໃຫຍ່, ປະທານປະເທດ ສປ ຈີນ ສີຈີ້ນຜິງ

ຕອນຄ່ຳວັນທີ 12 ພະຈິກ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຈັດງານລ້ຽງຢ່າງສົມກຽດ ຂ່ຳນັບຮັບຕ້ອນທ່ານເລຂາທິການໃຫຍ່, ປະທານປະເທດ ສປ ຈີນ ສີຈີ້ນຜິງ ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ຫວຽດນາມ.

        ກ່າວຄຳເຫັນທີ່ງານລ້ຽງ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສີຈີ້ນຜິງ, ສິ່ງດັ່ງກ່າວແມ່ນປະກົດການທີ່ມີຊີວິດຊີວາ, ສະແດງໃຫ້ເຫັນການຖືເປັນສຳຄັນຂອງສູນກາງພັກກອມມູນິດ ຈີນ ແລະ ສ່ວນຕົວທ່ານ ເລຂາທິການໃຫຍ່, ປະທານປະເທດ ສີຈີ້ນຜິງ ທີ່ມີຕໍ່ການພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະ ການຮ່ວມມື ຮອບດ້ານ ຫວຽດນາມ - ຈີນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊີ້ແຈ້ງວ່າ:

        “ການພັດທະນາສະຖຽນລະພາບຍາວນານ ແລະ ບັນດາຜົນງານໃນການພົວພັນ 2 ພັກ, 2 ລັດ ແມ່ນປັດໄຈທີ່ຂາດບໍ່ໄດ້ສຳລັບສະຖຽນລະພາບ ແລະ ການພັດທະນາຂອງແຕ່ລະປະເທດ. ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກພ້ອມກັບພັກ, ລັດ ແລະ ປະຊາຊົນ ຈີນ ເພີ່ມທະວີນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ລົງເລິກເຂົ້າໃນການຮ່ວມມືຢ່າງແທດຈິງ, ນຳການພົວພັນຄູ່ຮ່ວມມື, ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ພັກ, 2 ລັດ ໃຫ້ພັດທະນາຢ່າງມີສະຖຽນລະພາບ, ປອດໃສຢ່າງບໍ່ຢຸດຢັ້ງ”

        ສ່ວນ ທ່ານເລຂາທິການໃຫຍ່, ປະທານປະເທດ ສີຈີ້ນຜິງ ໃຫ້ຮູ້ວ່າ, ໄດ້ມີການເຈລະຈາຢ່າງມີປະສິດທິຜົນກັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ. 2 ຝ່າຍກໍ່ລົງນາມໃນບັນດາເອກະສານ ແລະ ຂໍ້ຕົກລົງຮ່ວມມື. ທ່ານເລຂາທິການໃຫຍ່, ປະທານປະເທດ ສີຈີ້ນຜິງ ເຊື່ອໝັ້ນວ່າ ການພົວພັນ 2 ປະເທດຈະມີບັນດາບາດກ້າວພັດທະນາຢ່າງແຮງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ