ງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ຈີນ

ງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ຈີນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ເຂົ້າ​ຮ່ວມ​ງານ​ລ້ຽງ​
ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງຫວຽດນາມ - ຈີນ
(ພາບ: chinhphu.vn)


(vovworld) – ​ຕອນ​ຄໍ່າ​ວັນ​ທີ 15/01, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງຫວຽດນາມ - ຈີນ (18/01/1950 – 18/01/2015), ​ໂດຍ​ສະຖານທູດ​ຈີນ ປະຈຳ​ຫວຽດນາມ ຈັດ​ຕັ້ງ.

        ກ່າວ​ຄຳ​ເຫັນ​ທີ່​ງານ​ລ້ຽງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິ​ງ ຢືນຢັນ​ວ່າ, ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ຍາມ​ໃກກໍ່​ຖື​ເປັນ​ສຳຄັນ​ການ​ຮັກສາ ​ແລະ ປັບປຸງ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ​ຈີນ ​ໃຫ້​ພັດທະນາ​ສະຖຽນ​ລະ​ພາບ, ປອດ​ໄສ ​ແລະ ໝັ້ນຄົງ. ປະຈຸ​ບັນ, ທັງ 2 ພັກ, 2 ລັດ ຫວຽດນາມ - ຈີນ ລ້ວນ​ແຕ່​ຢືນ​ຢູ່​ຕໍ່ໜ້າ​ບັນດາ​ກາລະ​ໂອກາດ ​ແລະ ສິ່ງ​ທ້າທ້າຍ​ໃໝ່​ໃນ​ພາລະກິດ​ປ່ຽນ​ໃໝ່ ​ແລະ ພັດທະນາ​ປະ​ເທດ​ຊາດ, 2 ຝ່າຍ​ລ້ວນ​ແຕ່​ຢາກ​ມີສະ​ພາບ​ແວດ​ລ້ອມ​ພາຍ​ນອກ​​ແຫ່ງສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື. ​ໃນ​ປີ 2015, ​​ເປັນ​ປີສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ, 2 ຝ່າຍ​ຕ້ອງ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ ​ແລະ ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ຜັນ​ຂະຫຍາຍ​ລາຍການຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ຫວຽດນາມ - ຈີນ ​ເປັນ​ຢ່າງ​ດີ, ປັບປຸງ ​ແລະ ພັດທະນາ​ການ​ພົວພັນ 2 ປະ​ເທດ​ໃຫ້​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ຕອບສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ​ແລະ ນຳ​ມາ​ເຊິ່ງຄວາມ​ຜາ​ສຸກ​ໃຫ້​ປະຊາຊົນ 2 ປະ​ເທດ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຂອງ​ພາກ​ພື້ນ ​ແລະ ​ໃນ​ໂລກ.

   ທ່ານ​ເອກ​ອັກຄະ​ລັດຖະທູດ​ຈີນ ​ໂຄງ​ແຊ໋ວຢູງ ຢືນຢັນ​ວ່າ, ຈີນ​ ຖື​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ກັບ​ຫວຽດນາມ ​ເປັນ​ສຳຄັນ, ປາດ​ຖະໜາ​ຢາກ​ພ້ອມ​ກັບ​ຫວຽດນາມ ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ໃຫ້​ບັນລຸ​ບັນດາ​ບາດກ້າວ​ພັດທະນາ​ໃໝ່.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ປັກ​ກິ​ງ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຈີນ ຫງວຽນ​ວັນ​ເທີ ​ໄດ້​ຈັດ​ງານ​ລ້ຽງ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງຫວຽດນາມ - ຈີນ​. ທ່ານ​​ກຳມາທິການ​ຄະນະ​ປະຈຳ​ປະຊາຊົນທົ່ວ​ປະ​ເທດ​ຈີນ ຈິ໋ຕິງ​ສຽນ ​ໄດ້​ເຂົ້າ​ຮ່ວມ.

ຂ່າວ/ບົດ​ອື່ນ