ງານວາງສະແດງ “ຊຸດອາພອນສະໄໝເຈົ້າຊີວິດ ຫງວຽນ” - ການສັງເກດລວມກ່ຽວກັບຊຸດອາພອນພະລາສະວັງໃນເມື່ອກ່ອນ

(VOVWORLD) -ງານວາງສະແດງລວມມີ 3 ຫົວຂໍ້: ຊຸດອາພອນລາດຊະວົງ; ຊຸດອາພອນເຈົ້ານາຍ, ທະຫານ; ຊຸດອາພອນຜູ້ເສັງໄດ້ຄະແນນສູງສຸດ.
ງານວາງສະແດງ “ຊຸດອາພອນສະໄໝເຈົ້າຊີວິດ ຫງວຽນ” - ການສັງເກດລວມກ່ຽວກັບຊຸດອາພອນພະລາສະວັງໃນເມື່ອກ່ອນ - ảnh 1(ຊຸດອາພອນສະໄໝເຈົ້າຊີວິດ ຫງວຽນ)

ຕອນບ່າຍວັນທີ 27 ມິຖຸນາ, ຢູ່ສູນສິລະປະ ເລບາດາງ ຂຶ້ນກັບຫໍພິພິຕະພັນວິຈິດສິນ ເຫ້ວ ໄດ້ດຳເນີນງານວາງສະແດງ “ຊຸດອາພອນສະໄໝເຈົ້າຊີວິດ ຫງວຽນ”. ງານວາງສະແດງໄດ້ຈັດຂຶ້ນໃນສັບປະດາ Festival ເຫ້ວ 2022.

        ງານວາງສະແດງລວມມີ 3 ຫົວຂໍ້: ຊຸດອາພອນລາດຊະວົງ; ຊຸດອາພອນເຈົ້ານາຍ, ທະຫານ; ຊຸດອາພອນຜູ້ເສັງໄດ້ຄະແນນສູງສຸດ. ດ້ວຍເອກະສານ, ພາບຖ່າຍ, ວັດຖຸພັນ, ຊຸດອາພອນໃນປະຊາຊົນທຸກຊັ້ນຄົນກວ່າ 120 ຢ່າງ.

        ລະບອບຊຸດອາພອນເຊິ່ງສະໄໝເຈົ້າຊີວິດ ຫງວຽນ ໄດ້ວາງອອກຂໍ້ກຳນົດທີ່ເຄັ່ງຄັດສຳລັບແຕ່ລະຂັ້ນໃນສັງຄົມ. ທ່ານນາງ ດິງທິຮ່ວາຍຈາຍ, ຫົວໜ້າຫໍພິພິຕະພັນວິຈິດສິນ ເຫ້ວ, ໃຫ້ຮູ້ວ່າ:

        “ຊຸດອາພອນສະໄໝເຈົ້າຊີວິດ ຫງວຽນ ເຂັ້ມຂຸ້ນໄປດ້ວຍລັກສະນະປະຫວັດສາດ ແລະ ມີຄວາມໝາຍໃຫຍ່ຫຼວງກ່ຽວກັບວັດທະນະທຳ, ພ້ອມທັງແມ່ນມໍລະດົກທີ່ເປັນເອກະລັກສະເພາະຂອງຊາດ ຫວຽດນາມ. ຜ່ານງານວາງສະແດງ, ພວກຂ້າພະເຈົ້າປາດຖະໜາຢາກນຳມາໃຫ້ມະຫາຊົນການສັງເກດລວມກ່ຽວກັບຊຸດອາພອນພະລາຊະວັງສະໄໝເຈົ້າຊີວິດ ຫງວຽນ. ມີຄວາມຮູ້ຢ່າງເລິກເຊິ່ງກວ່າກ່ຽວກັບຊຸດອາພອນພະລາຊະວັງສະໄໝເຈົ້າຊີວິດ ຫງວຽນ, ຈາກນັ້ນ, ປະກອບສ່ວນເຊີດຊູ, ອະນຸລັກຮັກສາ ແລະ ເສີມຂະຫຍາຍຈຸດຄວາມງາມທີ່ເປັນເອກະລັກສະເພາະຂອງຊຸດອາພອນພະລາຊະວັງຂອງ ຫວຽດນາມ”.

        ງານວາງສະແດງ “ຊຸດອາພອນສະໄໝເຈົ້າຊີວິດ ຫງວຽນ” ເປີດປະຕູຮອດວັນທີ 07 ກໍລະກົດ 2022.

ຕອບກັບ

ຂ່າວ/ບົດ​ອື່ນ