ງານວາງສະແດງ“ການແກ້ໄຂລູກລະເບີດບໍ່ທັນແຕກຫລັງສົງຄາມເພື່ອຊີວິດສະຫງົບສຸກ

ງານວາງສະແດງ“ການແກ້ໄຂລູກລະເບີດບໍ່ທັນແຕກຫລັງສົງຄາມເພື່ອຊີວິດສະຫງົບສຸກ - ảnh 1
ພາບ:internet


(vovworld)-  ງານ​ວາງສະ​ແດງ“ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ລູກ​ລະ​ເບ​ີດບໍ່​ທັນ​ແຕກ​ຫລັງ​ສົງຄາມ​ເພື່ອ​ຊີວິດ​ສະຫງົບ​ສຸກ” ຖື​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 25/3 ຢູ່ ຫໍພິພິດ​ຕະພັນຊ່າງ​ແສງຢູ່ ນະຄອນຫລວງ ຮ່າ​ໂນ້ຍ. ງານ​ວາງສະ​ແດງ​ດັ່ງກ່າວ​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ຕອບ​ສະຫນອງ​ວັນ​ໂລກ​ປ້ອງ​ກັນ ​ແລະ ຕ້ານ​ລູກ​ລະ​ເບີດ ຄື​ວັນ​ທີ 4/4. ງານ​ວາງສະ​ແດງ​ໄດ້​ແນະນຳ​ບັນດາ​ວັດ​ຖຸພັນ, ຮູບ​ພາບ, ​ເອກະສານ ກ່ຽວ​ກັບ​ສະພາບ​ຕົວ​ຈິງ, ຜົນ​ຮ້າຍ​ຢ້ອນ​ຫລັງ ​ແລະ ໝາກຜົນ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຂອງ​ລູກ​ລະ​ເບີດ​ບໍ່​ທັນ​ແຕກຫລັງ​ສົງຄາມ, ທະຫານ​ຊ່າງ​ແສງ​ກັບ​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫລັງ​ຈາກ​ລູກ​ລະ​ເບີດ, ປະຊາ​ຄົມ​ສາກົນ​ຫນູນ​ຊ່ວຍ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ລູກ​ລະ​ເບີດ. ພົນ​ຈັດ​ຕະວາ ​ເລ​ຟຸກງວຽນ, ຮອງ​ຫົວຫນ້າ​ອະນຸ​ກຳມະການ​ໂຄສະນາ, ຄະນະ​ຊີ້​ນຳ​ໂຄງການ​ດຳ​ເນີນ​ງານ​ແຫ່ງ​ຊາດກ່ຽວ​ກັບ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ຫລັງ​ສົງຄາມ ​ໃຫ້​ຮູ້​ວ່າ:

        “ປະຈຸ​ບັນ ຢູ່​ທ້ອງ​ຖິ່ນ​ຕ່າງໆມີ​ຜູ້​ປະສົບ​​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ​ປະມານ 100.000 ຄົນ. ສະ​ນັ້ນ ວຽກ​ງານ​ໂຄສະນາ​ເພື່ອ​ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ປະຊາຊົນ​ກ່ຽວກັບ​ບັນຫາ​ດັ່ງກ່າວຕ້ອງ​ໄດ້​ຮັບ​ການ​ຍູ້​ແຮງ​ທາງ​ພາຫະນະ​ສື່​ມວນ​ຊົນກວ່າ​ອີກ. ກ່ອນ​ອື່ນ​ໝົດ​ແມ່ນ​ອົງການ​ສື່​ມວນ​ຊົນ​ກອງທັບ, ​ເພື່ອ​ໃຫ້​ປະຊາຊົນ ຫວຽດນາມ ​ແລະ ​ເພື່ອນ​ມິດສາ​ກົນ​ມີ​ຄວາ​ມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ຄວາມ​ມານະ​ພະຍາຍາມ​ຂອງ​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ​ໃນ​ການ​ແກ້​ໄຂ​ບັນຫາ​ລູກ​ລະ​ເບີດບໍ່​ທັນ​ແຕກ​ຫລັງ​ສົງຄາມ.”

ຂ່າວ/ບົດ​ອື່ນ