ງານ​ວາງ​ສະ​ແດງ​ດ້ວຍ​ຫົວ​ຂໍ້ “ວັດ​ທະ​ນະ​ທຳ ເຍືອງ​ທາງ​ໃຫ້​ປະ​ຊາ​ຊົນ​ກ້າວ​ເດີນ​ໄປ”

(VOVWORLD) -ນັບແຕ່ວັນທີ 16 ພະຈິກ ຫາວັນທີ 27 ພະຈິກ, ຢູ່ສູນວາງສະແດງວັດທະນະທຳ, ສິລະປະ ຫວຽດນາມ (ເຮືອນເລກທີ 2, ຮວາລື, ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ) ຈະດຳເນີນງານວາງສະແດງດ້ວຍຫົວຂໍ້ “ວັດທະນະທຳ ເຍືອງທາງໃຫ້ປະຊາຊົນກ້າວເດີນໄປ”. 

ງານວາງສະແດງດັ່ງກ່າວ ໂດຍ ຄະນະໂຄສະນາສຶກສາສູນກາງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທົບກັນຈັດຕັ້ງຂຶ້ນ.

ງານ​ວາງ​ສະ​ແດງ​ດ້ວຍ​ຫົວ​ຂໍ້ “ວັດ​ທະ​ນະ​ທຳ ເຍືອງ​ທາງ​ໃຫ້​ປະ​ຊາ​ຊົນ​ກ້າວ​ເດີນ​ໄປ” - ảnh 1ພາບ ປະທານ ໂຮ່ຈີມິນ ຢູ່ທີ່ງານວາງສະແດງ

ດ້ວຍຮູບພາບ 320 ແຜ່ນ ແລະ ເອກະສານ, ວັດຖຸພັນທີ່ຫາຍາກກວ່າ 123 ຢ່າງ, ງານວາງສະແດງຄັ້ງນີ້ໄດ້ສຸມໃສ່ບັນດາເນື້ອໃນຫຼັກໆ, ເຊິ່ງລວມມີ: ຮູບຖ່າຍກ່ຽວກັບວັດທະນະທຳ ຫວຽດນາມ ໄລຍະກ່ອນປີ 1930; ປະທານໂຮ່ຈີມິນ ກັບພາລະກິດແຫ່ງການພັດທະນາວັດທະນະທຳ ຫວຽດນາມ; ການນຳພັກ, ລັດ ກັບພາລະກິດແຫ່ງການພັດທະນາວັດທະນະທຳ; ວັດທະນະທຳ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ; ວັດທະນະທຳ ຫວຽດນາມ ໃນວິວັດການເຊື່ອມໂຍງ ແລະ ພັດທະນາປະເທດຊາດ; ການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳຂອງຊາດ… ບັນດາຮູບພາບເຫຼົ່ານັ້ນ ອີກຄັ້ງໜຶ່ງຢັ້ງຢືນວ່າ ຊາດ ຫວຽດນາມ ມີມູນເຊື້ອປະຫວັດສາດອັນຍາວນານ, ມີສາງມໍລະດົກວັດທະນະທຳທີ່ຫຼາກຫຼາຍສີສັນ ແລະ ອຸດົມສົມບູນ./.

Ngoc Anh

 

ຕອບກັບ

ຂ່າວ/ບົດ​ອື່ນ