ງານວາງສະແດງ“ມະຫາໄຊລະດູບານໃໝ່1975-ກຳລັງແຮງຫວຽດນາມ”

ງານວາງສະແດງ“ມະຫາໄຊລະດູບານໃໝ່1975-ກຳລັງແຮງຫວຽດນາມ” - ảnh 1
ບັນ​ດາ​ນັກ​ຮົບ​ໃນ​ບໍ​ລິ​ເວນ​ແຂວງ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ
(ພາບ: saosang.net)

(vovworld) - ງານ​ວາງ​ສະ​ແດງ “ມະ​ຫາ​ໄຊ​ລະ​ດູ​ບານ​ໃໝ່ 1975 - ກຳ​ລັງ​ແຮງ ຫວຽດ​ນາມ” ໄດ້​ຖືກໄຂ​ຂຶ້ນ​ໃນ​ຕອ​ນ​ເຊົ້າ​ວັນ​ທີ 21/4, ຢູ່​ນະ​ຄອນ ເກີນ​ເທີ ໄດ້​ວາງ​ສະ​ແດງ​ຮູບ​​ຖ່າຍ, ວັດ​ຖຸ​ພັນ, ເອ​ກະ​ສານ​ກ່​ວາ 200 ຢ່າງ​ທີ່​ໄດ້​ສ່ອງ​ແສງ​ບັນ​ດາ​ເສັ້ນ​ທາງ​ຕໍ່​ສູ້​ທີ່​ສະ​ຫງ່າ​ລາ​ສີ​ຂອງກອງ​ທັບ ແລະ ປະ​ຊາ​ຊົນ ຫວຽດ​ນາມ ໃນ​ການ​ຕໍ່​ສູ້​ຕ້ານ ອາ​ເມ​ລິ​ກາ ກູ້​ຊາດ. ພັນໂທ ຟານ​ຮົ່ງ​ແທງ, ຜູ້​ອຳ​ນວຍ​ການ​ຫໍ​ພິ​ພິດ​ທະ​ພັນ​ກອງ​ທັບ​ເຂດ 9, ໃຫ້​ຮູ້​ວ່າ:

    “ສຳ​ລັບ​ບັນ​ດາ​ກົມ​ກອງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ແລ້ວ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຕິດ​ຕໍ່​ພົວ​ພັນ ແລະ ປະ​ກາດ​ເຖິງ​ບັນ​ດາ​ອົງ​ການ​ໃນ​ບໍ​ລິ​ເວນ​ນະ​ຄອນ ເກີນ​ເທີ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ພະ​ນັກ​ງານ, ນັກ​ຮົບ, ພິ​ເສດ​ແມ່ນ​ນັກ​ຮົບ​ຄົນ​ໃໝ່​ໄດ້​ມາ​ຢ້ຽມ​ຊົມ, ທັດ​ສະ​ນະ​ສຶກ​ສາ. ທີ​ສອງ​ແມ່ນ​ເພື່ອ​ໃຫ້​ວຽກ​ງານ​ຮັບ​ໃຊ້​ບັ​ນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ໄວ​ໜຸ່ມ​ນະ​ຄອນ ເກີນ​ເທີ ​ເປັນ​ຢ່າງ​ດີ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຕິດ​ຕໍ່​ພົວ​ພັນ​ກັບ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ໃນ​ບໍ​ລິ​ເວນ​ແຂວງ… ພ້ອມ​ກັນ​ນັ້ນ, ພວກ​ຂ້າ​ພະ​ເຈົ້າ​ກໍ່​ຕິດ​ຕໍ່​ພົວ​ພັນ​ກັບ​ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນ ເກີນ​ເທີ ສ້າງ​ເງື່ອນ​ໄຂ​ໃຫ້​ນັກ​ຮຽ​ນ, ນັກ​ສຶກ​ສາ, ກໍ່​ຄື​ສະ​ມາ​ຊິກ​ຊາວ​ໜຸ່​ມ​ບັນ​ດາ​ຄະ​ນະ​ຊາວ​ໜຸ່ມ​ເມືອງ​ເຂົ້າ​​ມາຢ້ຽມ​ຊົມ​​ທັດ​ສະ​ນະ​ສຶກ​ສາໃນ​ຄັ້ງ​ນີ້”

                  


ຂ່າວ/ບົດ​ອື່ນ