ງານວາງສະແດງສື່ມວນຊົນ “ຂີດໝາຍ”

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 92 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21 ມິຖຸນາ 1925 – 21 ມິຖຸນາ 2017), ຕອນບ່າຍວັນທີ 15 ມິຖຸນາ, ຢູ່ຮ່າໂນ້ຍ, ສະມາຄົມນັກຂ່າວຮ່າໂນ້ຍ ແລະ ສະໂມສອນນັກຂ່າວພາບຖ່າຍສື່ມວນຊົນຮ່າໂນ້ຍ ໄດ້ໄຂງານວາງສະແດງພາບຖ່າຍສື່ທວນຊົນດ້ວຍຫົວຂໍ້ວ່າ “ຂີດໝາຍ”.

ງານວາງສະແດງສື່ມວນຊົນ “ຂີດໝາຍ” - ảnh 1 ພາບຖ່າຍໃນງານວາງສະແດງ

(ພາບ: anninhthudo.vn)

ງານວາງສະແດງໄດ້ແນະນຳພາບຖ່າຍ 131 ແຜ່ນຂອງ 40 ຄົນເຊິ່ງແມ່ນສະມາຊິກຂອງສະໂມສອນນັກຂ່າວພາບຖ່າຍສື່ມວນຊົນຮ່າໂນ້ຍ ເພື່ອແນໃສ່ຊ່ວຍໃຫ້ມະຫາຊົນໄດ້ຫວນຄືນບັນດາເຫດການການເມືອງ - ການທູດ, ເສດຖະກິດ, ວັດທະນະທຳ, ສັງຄົມ ຈາກບັນດາພາບຖ່າຍທີ່ໄດ້ຮັບການຄັດເລືອກໃນຮອບເວລາ 10 ປີຜ່ານມາ. ນັກຂ່າວ ຫງວຽນຮຸຍເຄິມ, ສຳນັກຂ່າວສານ Reuters ປະຈຳຮ່າໂນ້ຍ, ຕາງໜ້າໃຫ້ສະໂມສອນນັກຂ່າວພາບຖ່າຍສື່ມວນຊົນຮ່າໂນ້ຍ, ໃຫ້ຮູ້ວ່າ.

        “ນີ້ແມ່ນຂີດໝາຍຂອງພວກຂ້າພະເຈົ້າເພື່ອຂີດໝາຍໄລຍະ 5 ປີທີ່ພວກຂ້າພະເຈົ້າໄດ້ເຕົ້າໂຮມກັນໃຫ້ກາຍເປັນກຸ່ມດຳເນີນວິຊາຊີບ. ສະນັ້ນ, ພວກຂ້າພະເຈົ້າຕັດສິນໃຈຈັດຕັ້ງງານວາງສະແດງ ແລະ ນີ້ແມ່ນພາບຖ່າຍກ່ຽວກັບສັງຄົມຫວຽດນາມ ໃນຮອບເວລາ 10 ປີຜ່ານມາ ເຊິ່ງພວກຂ້າພະເຈົ້າບັນທຶກໄວ້ ແລະ ຄັດເລືອກເອົາ.”

        ງານວາງສະແດງພາບຖ່າຍສື່ມວນຊົນ “ຂີດໝາຍ” ຈະເປີດປະຕູຮອດວັນທີ 19 ມິຖຸນາ, ຢູ່ຫໍວາງສະແດງເລກທີ 29 ຖະໜົນ ຮ່າງບ່າຍ, ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ