ງານວາງສະແດງຮູບຖ່າຍກ່ຽວກັບເລື່ອງຈີນເຮັດໃຫ້ທະເລຕາເວັນອອກປ່ຽນແປງສະພາບເດີມ

ງານວາງສະແດງຮູບຖ່າຍກ່ຽວກັບເລື່ອງຈີນເຮັດໃຫ້ທະເລຕາເວັນອອກປ່ຽນແປງສະພາບເດີມ - ảnh 1
ທ່ານ​ປະ​ທານ ສະ​ມາ​ຄົມ​ຊາວ ສ.ເກົາຫຼີ​ຜູ້​ຮັກ​ຫວຽດ​ນາມ (VESAMO) Chang Ho – ick ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ​ງານ​ວາງ​ສະ​ແດງ
(vovworld)- ວັນ​ທີ 31/5, ສະ​ມາ​ຄົມ​ຊາວສ.ເກົາຫຼີ​ຜູ້​ຮັກ​ຫວຽດ​ນາມ (VESAMO) ໄດ້​ສົມ​ທົບ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ ດົງ​ວົນ​ ຂອງ ສ.ເກົາຫຼີ ໄຂ​ງານ​ວາງ​ສະ​ແດງ​ຮູບ​ຖ່າຍ​ຢູ່​ນະ​ຄອນ​ບູ​ຊານ​ກ່ຽວ​ກັບ​ເລື່ອງ​ເຮັດ​ໃຫ້​ທະ​ເລ​ຕາ​ເວັນ​ອອກ​ປ່ຽນ​ແປງ​ສະ​ພາບ​ເດີມ. ກ່າວ​ຄຳ​ເຫັນ​ທີ່​ງານ​ວາງ​ສະ​ແດງ, ທ່ານ​ປະ​ທານ ສະ​ມາ​ຄົມ​ຊາວ ສ.ເກົາຫຼີ​ຜູ້​ຮັກ​ຫວຽດ​ນາມ (VESAMO) Chang Ho – ick ໄດ້​ຊີ້​ແຈ້ງວ່າ ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ແມ່ນ​ສານ​ຂອງ ສະ​ມາ​ຄົມ​ຊາວ ສ.ເກົາຫຼີ​ຜູ້​ຮັກ​ຫວຽດ​ນາມ (VESAMO) ທີ່​ຮຽກ​ຮ້ອງ​ຈີນ​ຈົ່ງ​ຢຸດ​ຕິ​ບັນ​ດາ​ການ​ກະ​ທຳ​ກໍ່​ຄວາມ​ເຄັ່ງຕຶງ ແລະ ພຽງ​ລຳ​ພັງ​ຝ່າຍ​ດຽວ ເຮັດ​ໃຫ້​ທະ​ເລ​ຕາ​ເວັນ​ອອກ​ປ່ຽນ​ແປງ​ສະ​ພາບ​ເດີມ, ຮ່ວມແຮງ​ຮ່ວມ​ໃຈ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ທະ​ເລ ແລະ ຊີ​ວະ​ນາໆ​ພັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.     ງານ​ວາງ​ສະ​ແດງ​ລວມ​ມີ​ຮູບ​ຖ່າຍ 80ແຜ່ນ​ກ່ຽວ​ກັບ​ຫາດ​ຫີນ​ຕ່າງໆ​ທີ່​ຂຶ້ນ​ກັບ 2 ຫມູ່​ເກາະ​ຮ່​ວາງ​ຊາ ແລະ ເຈືອງ​ຊາ​ຂອງ​ຫວຽດ​ນາມບ​ໃນ​ຈຸດ​ເວ​ລາ​ກ່ອນ,​ພາຍຫຼັງ ແລະ ໃນ​ເວ​ລາ​ຈີນ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວເຮັດ​ໃຫ້​ທະ​ເລ​ຕາ​ເວັນ​ອອກ​ປ່ຽນ​ແປງ​ສະ​ພາບ​ເດີມ. ງານ​ວາງ​ສະ​ແດງ​ຈະ​ເປີດ​ປະ​ຕູ​ຮອດ​ວັນ​ທີ 15/6 ຈຶ່ງ​ອັດ​ລົງ.
ຂ່າວ/ບົດ​ອື່ນ