ງານວາງສະແດງແຜນທີ່ ແລະ ວັດຖຸເອກະສານ “ຮ່ວາງຊາ, ເຈືອງຊາຂອງຫວຽດນາມ"


      ງານວາງສະແດງແຜນທີ່ ແລະ ວັດຖຸເອກະສານ “ຮ່ວາງຊາ, ເຈືອງຊາຂອງຫວຽດນາມ
ພິ​ທີ​ໄຂໄຂ​ງານ​ວາງ​ສະ​ແດງ​ແຜນ​ທີ່ ແລະ ວັດ​ຖຸ​ເອ​ກະ​ສານ “ຮ່​ວາງ​ຊາ, ເຈືອງ​ຊາ​ຂອງ​ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ”

(vovworld)- ຕອນ​ເຊົ້າ​ວັນ​ທີ 9/9, ຢູ່​ນະ​ຄອນ​ເຊີນ​ລາ, ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ຫວຽດ​ນາມ​ໄດ້​ສົມ​ທົບ​ກັບຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ເຊີນ​ລາ ໄຂ​ງານ​ວາງ​ສະ​ແດງ​ແຜນ​ທີ່ ແລະ ວັດ​ຖຸ​ເອ​ກະ​ສານ “ຮ່​ວາງ​ຊາ, ເຈືອງ​ຊາ​ຂອງ​ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ”. ງາ​ນ ວາງສະ​ແດງ​ໄດ້​ວາງ​ສະ​ແດງວັດ​ຖຸ​ພັນ, ເອ​ກະ​ສານ, ສິ່ງ​ພິມຫຼາຍ​ຢ່າງ​ຊຶ່ງ​ຖືກ​ຈັດ​ແບ່ງ​ເປັນ 12 ກຸ່ມ ແລະ ແຜນ​ທີ່​ເກືອບ 100 ແຜ່ນ​ທີ່​ຖືກ​ປະ​ກາດ​ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ​ຂອງ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ, ນັກ​ຮຽນ​ຮູ້​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ງານ​ວາງ​ສະ​ແດງ​ແມ່ນ​ມີ​ຄວາມ​ໝາຍ​ຢ່າງ​ເລິກ​ເຊິ່ງ​ຕໍ່​ຊົນ​ຊັ້ນ​ຊາວ​ໜຸ່ມ​ໃນ​ການ​ປົກ​ປັກ​ຮັກ​ສາ ແລະ ຢັ້ງ​ຢືນ​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມທີ່​ມີ​ຕໍ່ 2 ໝູ່​ເກາະຮ່​ວາງ​ຊາ ແລະ ເຈືອງ​ຊາ.
ຂ່າວ/ບົດ​ອື່ນ