ງານວາງສະແດງແຜນທີ່ແລະວັດຖຸເອກະສານ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ”

ງານວາງສະແດງແຜນທີ່ແລະວັດຖຸເອກະສານ“ຮ່ວາງຊາ,ເຈື່ອງຊາຂອງຫວຽດນາມ” - ảnh 1
​ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ວາງສະ​ແດງ​ວັດຖຸເອກະສານ
 “ຮ່ວາງ​ຊາ, ​ເຈື່ອງ​ຊາ​ຂອງ ຫວຽດນານ” ຢູ່ແຂວງ ຮ່ວາ​ບິ່ງ
(ພາບ: nhandan.com.vn)

(vovworld) –  ​ ຕອນ​ເຊົ້າ 5/10, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຮ່ວາ​ບິ່ງ ​ໄຂ​ງານ​ວາງສະ​ແດງ​ແຜນ​ທີ່ ​ແລະ ວາງສະ​ແດງວັດ​ຖຸເອກະສານ “ຮ່ວາງ​ຊາ, ​ເຈື່ອງ​ຊາ​ຂອງ ຫວຽດນາມ - ດ້ວຍ​ບັນດາ​ພະຍານ​ຫລັກ​ຖານປະຫວັດສາດ ​ແລະ ນິຕິ​ທຳ” ຢູ້ຫໍ​ວັດທະນະທຳ​ແຂວງ ຮ່ວາ​ບິ່ງ. ງານ​ວາງສະ​ແດງ​ໄດ້​ວາງສະ​ແດງຫລາຍ​ວັດຖຸເອກະສານ, ວັດ​ຖຸພັນ, ສິ່ງ​ພິມ ​ແລະ ​​ແຜນ​ທີ່​ເກືອບ 100 ​ແຜນ ​ຊຶ່ງ​ໄດ້​ເຕົ້າ​ໂຮມ​ຈາກ​ບັນດາ​ແຫຼ່ງ​ວັດຖຸເອກະສານ​ທີ່​ໄດ້​ປະ​ກາດ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ​ຂອງ​ບັນດາ​ນັກ​ຄົ້ນຄວ້າ, ນັກ​ຮຽນ​ຮູ້​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ສາກົນ, ຜ່ານ​ນັ້ນ ຢືນຢັນ​ພະຍານ​ຫຼັກ​ຖານ​ປະຫວັດສາດ ​ແລະ ພື້ນຖານ​ນິຕິທຳ​ຢັ້ງຢືນ​ພິສຸດ​ໃຫ້​ເຫັນ​ອະທິປະ​ໄຕຂອງ ຫວຽດນາມ ສຳລັບ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ໂດຍ​ຜ່ານ​ງານ​ວາງສະ​ແດງ​ຄັ້ງ​ນີ້, ​ເພື່ອ​ນມິດສາ​ກົນ, ​ໃນ​ນັ້ນ​ມີ​ປະຊາຊົນ ຈີນ ​ເຂົ້າ​ໃຈ​​ໄດ້​​ເຖິງຄວາມ​ຈິງ​ກ່ຽວ​ກັບ​ສະພາບ​ທະ​ເລ​ຕາ​ເວັນ​ອອກ​ປະຈຸ​ບັນ, ກໍ​ຄື​ເຂົ້າ​ໃຈ​ໄດ້​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ອັນ​ຊອບ​ທຳ​ຂອງ​ພັກ​, ລັດ ​ແລະ ປະຊາຊົນ ຫວຽດນາມ ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ງານ​ວາງສະ​ແດງ​ຈະດຳ​ເນີນ​ຮອດ​ວັນ​ທີ 9/10/2015 ຈຶ່ງ​ອັດ​ລົງ.

 

ຂ່າວ/ບົດ​ອື່ນ