ງານ​ສົບ​ ພົນ​ເອກ ຟຸ່ງກວາງ​ແທັງ - ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຖືກ​ຈັດ​ຂຶ້ນ​ຢ່າ​ງ​ສົມ​ກຽດ

(VOVWORLD) -ວັນທີ 15 ກັນຍາ, ຢູ່ຫໍຈັດງານສົບແຫ່ງຊາດ - ເຮືອກເລກທີ 5, ຖະໜົນເຈິ່ນແທັ້ງຕົງ (ຮ່າໂນ້ຍ), ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ພ້ອມດ້ວຍຄອບຄົວ ໄດ້ຈັດຕັ້ງງານສົບ ແລະ ພິທີໄວ້ອາໄລທ່ານພົນເອກ ຟຸ່ງກວາງແທັງ, ອະດີດກຳມະການກົມການເມືອງ, ອະດີດຮອງເລຂາຄະນະພັກການທະຫານສູນກາງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕາມພິທີລະດັບຊາດ.
ງານ​ສົບ​ ພົນ​ເອກ ຟຸ່ງກວາງ​ແທັງ  - ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຖືກ​ຈັດ​ຂຶ້ນ​ຢ່າ​ງ​ສົມ​ກຽດ - ảnh 1ພິທີໄວ້ອາໄລ ທ່ານພົນເອກ ຟຸ່ງກວາງແທັງ ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບ: qdnd.vn)

ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ ໂດຍທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ນຳໜ້າຄະນະເຂົ້າໄວ້ອາໄລທ່ານພົນເອກ ຟຸ່ງກວາງແທັງ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈຄໍ່ຄອບຄົວ. ຖັດຈາກນັ້ນ, ຄະນະປະທານປະເທດ ໂດຍທ່ານປະທານປະເທດ ຫງວຽນຊວັນຟຸກ ນຳໜ້າ; ຄະນະລັດຖະບານ ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ນຳໜ້າ; ຄະນະສະພາແຫ່ງຊາດ ໂດຍທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ນຳໜ້າ; ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຄະນະຜູ້ແທນຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະຜູ້ແທນບາງກະຊວງ, ຄະນະ, ຂະແໜງການເຂົ້າໄວ້ອາໄລ. ເຂົ້າຮ່ວມພິທີໄວ້ອາໄລທ່ານພົນເອກ ຟຸ່ງກວາງແທັງ ຍັງມີຄະນະຜູ້ແທນສະຖານທູດ ແຫ່ງ ສປປ.ລາວ ປະຈຳ ຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ນຳໜ້າ.

        ຂຽນໃສ່ປື້ມບັນທຶກການໄວ້ອາໄລ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຢັ້ງຢືນວ່າ ໂດຍເປັນສະມາຊິກພັກມາເປັນເວລາກວ່າ 53 ປີ, ທ່ານພົນເອກ ຟຸ່ງກວາງແທັງ ໄດ້ອຸທິດຕະຫຼອດຊີວິດຂອງຕົນແກ່ພາລະກິດປະຕິວັດຂອງພັກ, ຂອງຊາດ ແລະ ແມ່ນແບບຢາງ “ທະຫານລຸງໂຮ່” ທີ່ດີເດັ່ນ, ເປັນນັກຮົບກອມມູນິດທີ່ຢືດໝັ້ນຈົງຮັກພັກດີ, ອົງອາດກ້າຫານ ແລະ ເຕີບໃຫຍ່ໃນການສູ້ຮົບ.

        12 ໂມງ 30 ນາທີ ໃນວັນດຽວກັນ, ພິທີໄຫວ້ອາໄລທ່ານພົນເອກ ຟຸ່ງກວາງແທງ ຖືກຈັດຂຶ້ນຢ່າງສົມກຽດຢູ່ຫໍຈັດງານສົບລະດັບຊາດ. ພິທີປົງສົບຖືກຈັດຂຶ້ນໃນເວລາ 15 ໂມງ 30 ນາທີ ໃນວັນດຽວກັນຢູ່ປ່າຊ້າຕາແສງ ແທັກດ່າ, ເມືອງເມລິງ, ນະຄອນຮ່າໂນ້ຍ.  

ຕອບກັບ

ຂ່າວ/ບົດ​ອື່ນ