ຈັດການເຄື່ອນໄຫວຫຼາຍຢ່າງໃນວັນບຸນສາກົນບັນດານັກອາສາສະໝັກ


ຈັດການເຄື່ອນໄຫວຫຼາຍຢ່າງໃນວັນບຸນສາກົນບັນດານັກອາສາສະໝັກ - ảnh 1
ວັນ​ບຸນ​ສາ​ກົນ​ບັນ​ດາ​ນັກ​ອາ​ສາ​ສະ​ໝັກ

(vovworld)- ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ບຸນ​ສາ​ກົນ​ບັນ​ດາ​ນັກ​ອາ​ສາ​ສະ​ໝັກ (5/12) , ຕອນ​ເຊົ​້າ​ວັນ​ທີ 5/12, ຢູ່​ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ວັນ​ບຸນ​ສາ​ກົນ​ບັນ​ດາ​ນັກ​ອາ​ສາ​ສະ​ໝັກດ້ວຍ​ຫົວ​ຂໍ້ : “ຫົວ​ໃຈ​ອາ​ສາ​ສະ​ໝັກ ປີ 2015” ຊຶ່ງ​ມີ​ການ​ເຂົ້າ​ຮ່ວມຂອງ​ກວ່າ 50 ຫົວ​ໜ່ວຍ ອາ​ສາ​ສະ​ໝັກ. ໃນ​ວັນ​ບຸນ, ບັນ​ດາ​ນັກອາ​ສາ​ສະ​ໝັກຫວຽດ​ນາມ ໄດ້​ຈັດ​ຕັ້ງ ແລະ ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ ແລະ ອຸ​ດົມ​ສົມ​ບຸນ. ທ່ານ ຫງວຽນ​ຟີ​ລອງ ເລ​ຂາ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ, ປະ​ທານ​ສູນ​ກາງສະ​ຫະ​ພັນຊາວ​ໜຸ່ມ​ຫວຽດ​ນາມ ໃຫ້​ຮູ້​ວ່າ :

     “ ຜ່ານ​ການ​ເຄື່ອນ​ໄຫວ ອາ​ສາ​ສະ​ໝັກ, ພວກ​ເຮົາ​ໄດ້​ປະ​ຕິ​ບັດ​ວຽກ​ງານ​ເຊື່ອມ​ຕໍ່​ໃນ​ວ​ົງ​ຄະ​ນະ​ຍາດ​ເປັນ​ຢ່າງ​ດີ ແລະ ການ​ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ລະ​ຫວ່າງ​ເພື່ອ​ນ​ຊາວ​ໜຸ່ມ​ກັບ​ວົງ​ຄະ​ນະ​ຍາດ​ຊຸມ​ຊົນ, ແຫ່ງ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ. ນີ້​ກໍ​ແມ່ນ​ບ່ອນ​ເພື່ອ​ຝຶກ​ຝົນຫຼໍ່ຫຼອມ, ຮ່ຳ​ຮຽນ​ຂອງບັນ​ດາ ເພື່ອ​ນ​ຊາວ​ໜຸ່ມ ”

     ແລະ ກໍ​ໃນ​ຕອນ​ເຊົ້າ​ຂອງວັນ​ດຽວ​ກັນ, ສະ​ຫະ​ພັນຊາວ​ໜຸ່ມ​ຫວຽດ​ນາມນະ​ຄອນ​ໂຮ່​ຈິ​ມິນ ກໍ​ໄດ້​ຈັດຈັດ​​ວັນ​ບຸນ​ສາ​ກົນ​ບັນ​ດາ​ນັກ​ອາ​ສາ​ສະ​ໝັກຄັ້ງ​ທີ 3 ຂຶ້ນ.

ຂ່າວ/ບົດ​ອື່ນ