ຈັດຕັ້ງພິທີໄວ້ອາໄລອະດີດປະທານປະເທດ ເລດຶກແອັງ ຢ່າງສົມກຽດ

(VOVWORLD) - ຕອນເຊົ້າວັນທີ 03 ພຶດສະພາ, ທີ່ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລອະດີດປະທານປະເທດ ເລດຶກແອັງ ຢ່າງສົມກຽດຕາມພິທີໄຫວ້ທຸກລະດັບຊາດ. ຄະນະພິທີສົບລວມມີ 39 ທ່ານ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເປັນຫົວໜ້າຄະນະ.

ພິທີໄວ້ອາໄລອະດີດປະທານປະເທດ ເລດຶກແອັງ ໄດ້ດຳເນີນຢ່າງສົມກຽດໃນຕອນເຊົ້າວັນທີ 03 ພຶດສະພາ ຢູ່ຫໍຈັດພິທີສົບແຫ່ງຊາດ, ເຮືອນເລກທີ 5 ຖະໜົນ ເຈິ່ນແທ໊ງຕົງ, ຮ່າໂນ້ຍ. ໃນເວລາດຽວກັນນີ້, ພິທີໄວ້ອາໄລກໍ່ໄດ້ຈັດຕັ້ງຢູ່ຫໍປະຊຸມເອກະພາບ (ນະຄອນ ໂຮ່ຈີມິນ) ແລະ ຫໍປະຊຸມຄະນະກຳມະການປະຊາຊົນແຂວງ ເທື່ອທຽນ - ເຫ້ວ (ບ້ານເກີດຂອງອະດີດປະທານປະເທດ ເລດຶກແອັງ.

ຈັດຕັ້ງພິທີໄວ້ອາໄລອະດີດປະທານປະເທດ ເລດຶກແອັງ ຢ່າງສົມກຽດ - ảnh 1 ພິທີໄວ້ອາໄລອະດີດປະທານປະເທດ ເລດຶກແອັງ ຢ່າງສົມກຽດ

        ເຂົ້າໄວ້ອາໄລທຳອິດແມ່ນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂດຍທ່ານ ຫງວຽນຊວັນຟຸກ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີ, ເປັນຫົວໜ້າຄະນະ. ຕໍ່ຈາກນັ້ນແມ່ນຄະນະສະພາແຫ່ງຊາດ ໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເປັນຫົວໜ້າຄະນະເຂົ້າໄວ້ອາໄລ. ຄະນະລັດຖະບານໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ນຳໜ້າເຂົ້າໄວ້ອາໄລ. ຄະນະປະທານປະເທດໂດຍທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ນຳໜ້າເຂົ້າໄວ້ອາໄລ. ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານ ເຈິ່ນແທັງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນຫົວໜ້າຄະນະເຂົ້າໄວ້ອາໄລ.

        ແລະກໍ່ໃນຕອນເຊົ້າວັນທີ 03 ພຶດສະພາ, ຄະນະຜູ້ແທນຂອງບັນດາອົງການຈັດຕັ້ງ, ຄະນະ, ຂະແໜງການ, ອົງການຈັດຕັ້ງຂຶ້ນສູນກາງ, ບັນດາທ້ອງຖິ່ນໃນທົ່ວປະເທດ ແລະ ເພື່ອນມິດສາກົນກໍ່ໄດ້ມາໄວ້ອາໄລອະດີດປະທານປະເທດ ເລດຶກແອັງ. ຄະນະຜູ້ແທນຂັ້ນສູງ ກຳປູເຈຍ ໂດຍທ່ານນາຍົກລັດຖະມົນຕີແຫ່ງລາຊະອານາຈັກ ກຳປູເຈຍ Hun Sen ນຳໜ້າ ແລະ ຄະນະຜູ້ແທນຂັ້ນສູງ ລາວ ໂດຍທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງ, ປະທານ ສູນກາງແນວລາວສ້າງຊາດ ນຳໜ້າ; ພ້ອມດ້ວຍຄະນະຜູ້ຕາງໜ້າລັດຖະບານ ຍີ່ປຸ່ນ, ກູບາ, ຄະນະທຸຕານຸທູດ…ກໍ່ໄດ້ມາໄວ້ອາໄລອະດີດປະທານປະເທດ, ພົນເອກ ເລດຶກແອັງ.

ຈັດຕັ້ງພິທີໄວ້ອາໄລອະດີດປະທານປະເທດ ເລດຶກແອັງ ຢ່າງສົມກຽດ - ảnh 2ພິທີໄວ້ອາໄລອະດີດປະທານປະເທດ ເລດຶກແອັງ ຢ່າງສົມກຽດ 

        ພິທີໄຫວ້ອາໄລອະດີດປະທານປະເທດ ເລດຶກແອັງ ເລີ່ມແຕ່ເວລາ 10 ໂມງ 45 ນາທີ ວັນທີ 03 ພຶດສະພາ 2019 ຢູ່ຫໍຈັດພິທີສົບແຫ່ງຊາດ, ເຮືອນເລກທີ 5 ຖະໜົນ ເຈິ່ນແທ໊ງຕົງ, ຮ່າໂນ້ຍ. ພິທີປົງສົບເລີ່ມແຕ່ເວລາ 17 ໂມງຂອງວັນດຽວກັນ ຢູ່ສຸສານນະຄອນ ໂຮ່ຈີມິນ.

        ອະດີດປະທານປະເທດ ເລດຶກແອັງ ເກີດວັນທີ 01/12/1920 ຢູ່ຕາແສງ ໂລກອານ, ເມືອງ ຝູ໊ໂລກ, ແຂວງ ເທື່ອທຽນ-ເຫ້ວ. ທ່ານໄດ້ເຂົ້າຮ່ວມການເຄື່ອນໄຫວປະຕິວັດແຕ່ປີ 1937. ທ່ານເປັນກຳມະການຄະນະບໍລິຫານງານສູນກາງພັກຊຸດທີ IV, V, VI, VII, VIII; ກຳມະການກົມການເມືອງຊຸດທີ V, VI, VII, VIII; ປະທານປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ (ແຕ່ເດືອນ 9/1992 – 12/1997); ເປັນທີ່ປຶກສາຄະນະບໍລິຫານງານສູນກາງພັກ (ແຕ່ປີ 1997 – 04/2001); ເປັນສະມາຊິກສະພາແຫ່ງຊາດຊຸດທີ VI, VIII, IX. ຍ້ອນມີຄຸນງາມຄວາມດີອັນໃຫຍ່ຫລວງຕໍ່ພາລະກິດການປະຕິວັດອັນສະຫງ່າລາສີຂອງພັກ ແລະ ປະເທດຊາດ, ອະດີດປະທານປະເທດ ເລດຶກແອັງ ໄດ້ຮັບຫຼຽນໄຊດາວຄຳ; ຫຼຽນໄຊວິລະກຳຊັ້ນໜຶ່ງ; ຫຼຽນໄຊຊະນະເລີດຊັ້ນໜຶ່ງຈາກພັກ ແລະ ລັດ; ກາໝາຍອາຍຸພັກ 80 ປີ ແລະ ບັນດາຫຼຽນກາ, ຫຼຽນໄຊອັນສູງສົ່ງອື່ນໆຂອງ ຫວຽດນາມ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ