ຈັດຕັ້ງ“ສັບປະດາຄຳທ່ອງທ່ຽວຢູ່ມໍລະດົກເຫ້ວ”ແຕ່24-30/12
ມີລາຍຮູບການເພື່ອດຶງດູດແຂກທ່ອງທ່ຽວມາຢ້ຽມຢາມເຫ້ວ
(ພາບປະກອບ)
(vovworld) - ທ່ານ ຟານແທງຫາຍ, ຜູ້ອຳນວຍການສູນອະນຸລັກຮັກສາປູຊະນີຍະສະຖານກຸງເກົ່າ ເຫ້ວ, ໃຫ້ຮູ້ວ່າ: ແຕ່ນີ້ຮອດທ້າຍປີ 2014, ສູນອະນຸລັກຮັກສາປູຊະນີຍະສະຖານເຫ້ວ ຈະຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມຄວາມຕ້ອງການເປັນປະຈຳ, ປະຕິບັດດ້ວຍລາຄາບຸລິມະສິດສຳລັບບັນດາວິສາຫະກິດບໍລິການທ່ອງທ່ຽວເພື່ອດຶງດູດແຂກທ່ອງທ່ຽວມາຢ້ຽມຢາມກຸງເກົ່າເຫ້ວ. ທາງສູນຈະຈັດຕັ້ງ “ສັບປະດາຄຳການທ່ອງທ່ຽວຢູ່ມໍລະດົກເຫ້ວ” ແຕ່ວັນທີ 24 – 30/12 ດ້ວຍບັນດາລາຍການບຸລິມະສິດ, ຫລຸດລາຄາ, ເພີ່ມເຕີມບໍລິການໃຫ້ແກ່ແຂກທ່ອງທ່ຽວ ແລະ ບັນດາບໍລິສັດທ່ອງທ່ຽວ. ບັນດາລາຍການໄດ້ຮັບການຈັດຕັ້ງ ສົມທົບກັບເຫດການຕ້ອນຮັບແຂກທ່ອງທ່ຽວຜູ້ທີ່ 2 ລ້ານຢ້ຽມຢາມ ເຫ້ວ ໃນປີ 2014, ຕ້ອນຮັບແຂກທ່ອງທ່ຽວຜູ້ທີ 30 ລ້ານຢ້ຽມຢາມ ມໍລະດົກເຫ້ວ ນັບແຕ່ເມື່ອເຂດປູຊະນີຍະສະຖານ ເຫ້ວ ໄດ້ຮັບການຢັ້ງຢືນຈາກ UNESCO ແມ່ນມໍລະດົກໂລກເມື່ອປີ 1993, ມອບລາງວັນ top 3 ໃຫ້ບໍລິສັດທ່ອງທ່ຽວສົ່ງແຂກເຖິງປູຊະນີຍະສະຖານ ເຫ້ວ.