ຈັດພິທີມອບລາງວັນໂຮ່ຈິມິນ, ລາງວັນແຫ່ງລັດກ່ຽວກັບວັນນະຄະດີ, ສິລະປະປີ 2016


ຈັດພິທີມອບລາງວັນໂຮ່ຈິມິນ, ລາງວັນແຫ່ງລັດກ່ຽວກັບວັນນະຄະດີ, ສິລະປະປີ 2016 - ảnh 1
ວາ​ລະ​ປະ​ຊຸມ​ລະ​ດັບ​ລັດ ເພື່ອ​ພິ​ຈາ​ລະ​ນາ​ການມອບ​ລາງວັນໂຮ່​ຈິ​ມິນ, ລາງວັນ​ແຫ່ງ​ລັດ​ກ່ຽວ​ກັບ​ວັນ​ນະ​ຄະ​ດີ, ສິ​ລະ​ປະ​ປີ 2016
(ພາບ:vanhocnghethuathatinh.org.vn)

(vovworld)-  ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ຫວຽດ​ນາມ ຫາ​ກໍ​ປະ​ກາດ​ໃຊ້​ຂໍ້​ຕົກ​ລົງ​ແຜນ​ການ​ຈັດ​ພິ​ທີ​ມອບ​ລາງວັນ​ໂຮ່​ຈິ​ມິນ, ລາງວັນ​ແຫ່ງ​ລັດ​ກ່ຽວ​ກັບ​ວັນ​ນະ​ຄະ​ດີ, ສິ​ລະ​ປະ​ປີ 2016 ຊຶ່ງ​ຈະ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ໃນ​ວັນ​ທີ 30/9 ໜ້າ​ນີ້. ໃນ​ການ​ພິ​ຈາ​ລະ​ນາ​ມອບ​ລາງວັນ​ຄັ້ງ​ນີ້, ມີ​ສຳ​ເນົາ​ເອ​ກະ​ສານ 18 ຊຸດ​ມີ​ເງື່ອນ​ໄຂ​ພຽງ​ພໍ​ເພື່ອ​ລາຍ​ງານ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ ເພື່ອ​ຍື່ນ​ສະ​ເໜີ​ປະ​ທານ​ປະ​ເທດ​ຕົກ​ລົງມອບ​ລາງວັນ​ໂຮ່​ຈິ​ມິນ​ກ່ຽວ​ກັບ​ວັນ​ນະ​ຄະ​ດີ, ສິ​ລະ​ປະ​ປີ 2016 ແລະ ​ມີ ສຳ​ເນົາ​ເອ​ກະ​ສານ 95 ຊຸດ​ມີ​ເງື່ອນ​ໄຂ​ພຽງ​ພໍ​ເພື່ອ​ລາຍ​ງານ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ ເພື່ອ​ຍື່ນ​ສະ​ເໜີ​ປະ​ທານ​ປະ​ເທດ​ຕົກ​ລົງມອບ​ລາງວັນ​ແຫ່​ງ​ລັດ​ກ່ຽວ​ກັບ​ວັນ​ນະ​ຄະ​ດີ, ສິ​ລະ​ປະ​ປີ 2016.
ຂ່າວ/ບົດ​ອື່ນ