ຈີນ ຈະຈັດສົ່ງທູດພິເສດໄປຍັງເຂດຕາເວັນອອກກາງ
(VOVWORLD) - ຈີນ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມເພື່ອສັນຕິພາບຂອງ UAE ແລະ ສະແດງຄວາມຊົມເຊີຍຕໍ່ຖະແຫຼງການຂອງກອງປະຊຸມລັດຖະມົນຕີການຕ່າງປະເທດ ນັດວິສາມັນ ຂອງ ສະພາການຮ່ວມມືເຂດອ່າວ (GCC)
ທ່ານ ຫວ່າງອີ ລັດຖະມົນຕີການຕ່າງປະເທດ ຈີນ (ພາບ: ກະຊວງການຕ່າງປະເທດ ຈີນ) |
ວັນທີ 4 ມີນາ, ທ່ານ ຫວ່າງອີ ລັດຖະມົນຕີການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ປັກກິ່ງ ຈະຈັດສົ່ງທູດພິເສດກ່ຽວກັບບັນຫາ ເຂດຕາເວັນອອກາງ ໄປຍັງບັນດາປະເທດ ຢູ່ໃນພາກພື້ນເພື່ອດຳເນີນບັນດາຄວາມມານະພະຍາຍາມເປັນກາງໄກ່ເກ່ຍ. ເມື່ອການປະທະກັນຢູ່ອີຣານ ກ້າວເຂົ້າສູ່ມື້ທີ 5, ທ່ານ ຫວ່າງອີ ລັດຖະມົນຕີການຕ່າງປະເທດ ຈີນ ໄດ້ດຳເນີນບັນດາການໂອ້ລົມທາງໂທລະສັບສະເພາະກັບທ່ານ Abdullah bin Zayed Al-Nahyan ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ສະຫະລັດ ອາຣັບ ເອມີເລດ (UAE) ແລະ ທ່ານ Faisal bin Farhan Al Saud ລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ. ທ່ານ ໃຫ້ຮູ້ວ່າ ຈີນ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມເພື່ອສັນຕິພາບຂອງ UAE ແລະ ສະແດງຄວາມຊົມເຊີຍຕໍ່ຖະແຫຼງການຂອງກອງປະຊຸມລັດຖະມົນຕີການຕ່າງປະເທດ ນັດວິສາມັນ ຂອງ ສະພາການຮ່ວມມືເຂດອ່າວ (GCC), ໃນນັ້ນຢັ້ງຢືນລະດັບຄວາມສຳຄັນຂອງການໂອ້ລົມສົນທະນາ ແລະ ການທູດແມ່ນເສັ້ນທາງໜຶ່ງດຽວເພື່ອຜ່ານຜ່າວິກິດການໃນປັດຈຸບັນ ແລະ ປົກປ້ອງຄວາມໝັ້ນຄົງຢູ່ເຂດນີ້.