ຈີນ ຖະແຫຼງວ່າ “ກົນອຸບາຍປ່ຽນແປງ ຈີນ ຂອງ ອາເມລິກາ ຈະຖືກປະລາໄຊ”

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວໃນວັນທີ 29 ກໍລະກົດ ຂອງກະຊວງການຕ່າງປະເທດ ຈີນ, ທ່ານໂຄສົກ ອວາງອ໊ວນປິນ ຢັ້ງຢືນວ່າ ເສັ້ນທາງກ້າວເດີນຂອງແຕ່ລະປະເທດ ໂດຍແມ່ນປະຊາຊົນຂອງປະເທດນັ້ນ ເປັນຜູ້ເລືອກເອົາ, ສະນັ້ນ ກົນອຸບາຍ ປ່ຽນແປງ ຈີນ ຂອງ ອາເມລິກາ ຈະຖືກປະລາໄຊ.
ຈີນ ຖະແຫຼງວ່າ “ກົນອຸບາຍປ່ຽນແປງ ຈີນ ຂອງ ອາເມລິກາ ຈະຖືກປະລາໄຊ” - ảnh 1 ທ່ານໂຄສົກ ອວາງອ໊ວນປິນ (ພາບ: VOV)

       ໂຄສົກກະຊວງການຕ່າງປະເທດ ຈີນ ກໍ່ຖືວ່າ: ເລື່ອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo  ແລະ ນັກການເມືອງ ອາເມລິກາ ບາງທ່ານໃນໄລຍະມໍ່ໆມານີ້ ໂດຍຖືວ່າ ນະໂຍບາຍສຳຜັດຂອງ ອາເມລິກາ ທີ່ມີຕໍ່ ຈີນ ຖືກປະລາໄຊ ແມ່ນສຽງເວົ້າທີ່ບໍ່ເຄົາລົບປະຫວັດສາດ, ບໍ່ສອດຄ່ອງກັບສະພາບຕົວຈິງ. ທ່ານ ອວາງອ໊ວນປິນ  ຢືນຢັນວ່າ ໃນເກືອບ 50 ປີຜ່ານມາ, ການຮ່ວມມື ແລະ ການພົວພັນແລກປ່ຽນໃນທຸກຂົງເຂດລະຫວ່າງ ຈີນ ແລະ ອາເມລິກາ ໄດ້ເປີດກ້ວາງ ແລະ ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ, ປະຊາຊົນ 2 ປະເທດ ກໍ່ໄດ້ຮັບຜົນປະໂຫຍດຈາກບັນດາກົນໄກດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ