ຈີນ ສະເຫຼີມສະຫຼອງ 91 ປີແຫ່ງວັນສ້າງຕັ້ງພັກກອມມູນິດຈີນ

ຈີນ ສະເຫຼີມສະຫຼອງ 91 ປີແຫ່ງວັນສ້າງຕັ້ງພັກກອມມູນິດຈີນ - ảnh 1
ພາບປະກອບ

(vovworld) - ວັນ​ທີ 1/7, ພັກ​ກອມ​ມູນິດ​ຈີນ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 91 ປີ​ແຫ່ງ​ວັນສ້າງ​ຕັ້ງ. ​ເລີ່​ມຕົ້ນ​ແມ່ນ​ມີສະ​ມາ​ຊິກພັກ​ພຽງ 50 ຄົນ, ​ໃນ 91 ປີຜ່ານມາ, ຈຳນວນ​ສະມາຊິກ​ພັກ​ກອມ​ມູນິດ​ຈີນ ​​ໄດ້ມີ​ກ່ວາ 82,6 ລ້ານ​ຄົນ. ກ່ວາ 10 ປີຜ່ານມາ, ພັກ​ກອມ​ມູນິດ​ຈີນ ​ໄດ້​ເປັນ​ເອກະ​ພາບ​ກັນ ​ແລະ ນຳພາ​ສະມາຊິກ​ພັກ​ກໍ​ຄື​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ບົນ​ເສັ້ນທາງ​ກໍ່ສ້າງ​​ລັດທິ​ສັງຄົມ​ນິຍົມ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຈີນ, ບັນລຸ​ໄດ້ຜົນ​ງານອັນ​ໃຫຍ່​ຫຼວງຫຼາຍ​ຢ່າງ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ເມືອງ, ວັດທະນະທຳ, ສ້າງ​ສັງຄົມ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລ​ະ ສ້າງ​ປະ​ເທດ​ຈີນ ກາຍ​ເປັນ​ພື້ນຖານ​ເສດຖະກິດ​ໃຫຍ່​ອັນ​ດັບ 2 ​ໃນ​ໂລກ.  ພັກ​ກອມ​ມູນິດ​ຈີນ ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນດາ​ການ​ທ້າ​ທາຍ​ນັບ​ມື້​ນັບ​ໃຫຍ່​ຫຼວງ ​ແລະ ສືບ​ຕໍ່​ຕ້ອງ​ແກ້​ໄຂ​ໜ້າ​ທີ່​ສຳຄັນ ​ແລະ ສັບສົນ​ຫຼາຍ​ຢ່າງ. ​ເພື່ອ​ແກ້​ໄຂ​ບັນດາ​ໜ້າ​ທີ່​ນີ້, ພັກ​ກອມ​ມູນິດ​ຈີນ ຄວນ​ພະຍາຍາມ​ຮັກສາ​ບົດ​ບາດ​ປະຈັນບານ ​ແລະ ປັບປຸງ​ຄວາມສາມາ​ດນຳພາ​ຂອງ​ຕົນ.

ຂ່າວ/ບົດ​ອື່ນ