ຈີນ - ສ.ເກົາຫຼີ ມານະພະຍາຍາມປັບປຸງການພົວພັນສອງຝ່າຍ

(VOVWORLD) -  ໃນຄວາມມານະພະຍາຍາມເພື່ອແນໃສ່ປັບປຸງການພົວພັນທີ່ເຄີຍເກີດຄວາມເຄັ່ງຕຶງກ່ຽວຂ້ອງເຖິງການຜັນຂະຫຍາຍລະບົບປ້ອງກັນລູກສອນໄຟໄລຍະໄກສຸດທ້າຍ (THAAD) ຂອງ ອາເມລິການ
ຈີນ - ສ.ເກົາຫຼີ ມານະພະຍາຍາມປັບປຸງການພົວພັນສອງຝ່າຍ - ảnh 1 ທ່ານ ຫວາງອີ ແລະ ທ່ານນາງ Kang Kyung – wha

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຫວາງອີ ມີການພົບປະກັບຄູ່ຕຳແໜ່ງ ສ. ເກົາຫຼີ Kang Kyung – wha ໃນວັນທີ 22 ພະຈິກ, ຢູ່ນະຄອນຫຼວງ ປັກກິ່ງ (ປະເທດຈີນ), ໃນຄວາມມານະພະຍາຍາມເພື່ອແນໃສ່ປັບປຸງການພົວພັນທີ່ເຄີຍເກີດຄວາມເຄັ່ງຕຶງກ່ຽວຂ້ອງເຖິງການຜັນຂະຫຍາຍລະບົບປ້ອງກັນລູກສອນໄຟໄລຍະໄກສຸດທ້າຍ (THAAD) ຂອງ ອາເມລິການ.

        ກ່າວຄຳເຫັນທີ່ການພົບປະ, ທ່ານ ຫວາງອີ ໃຫ້ຮູ້ວ່າ ຈີນ ຖືເປັນສຳຄັນຖະແຫຼງການຂອງ ສ. ເກົາຫຼີ, ຖືວ່າ ເລື່ອງຜັນຂະຫຍາຍລະບົບ THAAD ຈະບໍ່ກໍ່ຄວາມເສຍຫາຍເຖິງຜົນປະໂຫຍດຄວາມໝັ້ນຄົງຂອງ ຈີນ, ພ້ອມທັງສະແດງຄວາມຫວັງວ່າ ສ. ເກົາຫຼີ ຈະແກ້ໄຂບັນຫານີ້ຢ່າງສົມເຫດສົມຜົນ.

        ສ່ວນທ່ານນາງ Kang ສະແດງຄວາມຫວັງວ່າ 2 ປະເທດອາດຈະ “ສືບຕໍ່ຄວາມມານະພະຍາຍາມເພື່ອຫັນການພົວພັນໃນທຸກໆຂົງເຂດເປັນປົກກະຕິ” ພາຍຫຼັງບັນດາການພົບປະ 2 ຝ່າຍທີ່ມີຜົນປະໂຫຍດຢູ່ກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ແລະ ກອງປະຊຸດສຸດຍອດ ອາຊຽນ ຫວ່າງແລ້ວນີ້.

ຕອບກັບ

ຂ່າວ/ບົດ​ອື່ນ