ຈີນ, ອິນເດຍ ເຈລະຈາກ່ຽວກັບບັນດາບັນຫາຊາຍແດນ

(VOVWORLD) -ທີ່ປຶກສາດ້ານຄວາມສະຫງົບແຫ່ງຊາດ ອິນເດຍ Ajit Doval ຈະເດີນທາງໄປຍັງປະເທດ ຈີນ ເພື່ອເຂົ້າຮ່ວມກອງປະຊຸມທູດພິເສດ ຄັ້ງທີ 21 ກ່ຽວກັບບັນຫາຊາຍແດນ ລະຫວ່າງ ຈີນ - ອິນເດຍ ແຕ່ວັນທີ 23 – 24 ພະຈິກ. 

 ວັນທີ 21 ພະຈິກ, ທ່ານ ເກີ໊ງສວາງ ໂຄສົກກະຊວງການຕ່າງປະເທດ ຈີນ ແຈ້ງໃຫ້ຊາບວ່າ ທີ່ປຶກສາດ້ານຄວາມສະຫງົບແຫ່ງຊາດ ອິນເດຍ Ajit Doval ຈະເດີນທາງໄປຍັງປະເທດ ຈີນ ເພື່ອເຂົ້າຮ່ວມກອງປະຊຸມທູດພິເສດ ຄັ້ງທີ 21 ກ່ຽວກັບບັນຫາຊາຍແດນ ລະຫວ່າງ ຈີນ - ອິນເດຍ ແຕ່ວັນທີ 23 – 24 ພະຈິກ. ກອງປະຊຸມຄັ້ງນີ້ ຄາດວ່າຈະຖືກຈັດຂຶ້ນຢູ່ຈ໊າງດູ, ແຂວງ ຊືແຈວນ, ທາງທິດຕາເວັນຕົກສ່ຽງໃຕ້ຂອງ ຈີນ.

        ທ່ານ ເກີ໊ງສວາງ ໃຫ້ຮູ້ວ່າ ສອງປະເທດ ລ້ວນແຕ່ຕີລາຄາສູງຕໍ່ກອງປະຊຸມຄັ້ງນີ້ ແລະ ນີ້ ຈະແມ່ນກອງປະຊຸມຄັ້ງທໍາອິດ ພາຍຫຼັງທ່ານລັດຖະມົນຕີກະຊວງການຕ່າງປະເທດຈີນ ຫວາງອີ ດໍາລົງຕໍາແໜ່ງເປັນທູດພິເສດ.

        ຄາດວ່າ, ທູດພິເສດຂອງສອງປະເທດ ຈະປຶກສາຫາລືກ່ຽວກັບບັນຫາຊາຍແດນ ໂດຍອີງໃສ່ຄວາມເຫັນດີເຫັນພ້ອມ ເຊິ່ງການນໍາສອງປະເທດ ບັນລຸໄດ້ ແລະ ຊຸກຍູ້ວິວັດແຫ່ງການເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ