ຈີນ ຮຽກຕົວເອກອັກຄະລັດຖະທູດ ອາເມລິກາ ເພື່ອຄັດຄ້ານບັນດາມາດຕະການລົງໂທດດ້ານການທະຫານ

(VOVWORLD) -   ຫວ່າງມໍ່ໆມານີ້, ຈີນ ໄດ້ຊື້ເຮືອບິນສູ້ຮົບ Sukhoi Su -35 10 ລຳ ແລະ ບັນດາລູກສອນໄຟ S -400 ຂອງລັດເຊຍ

ວັນທີ 22 ກັນຍາ, ທ່ານ ເຈິ່ງເຊື່ອກວາງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ຮຽກຕົວເອກອັກຄະລັດຖະທູດ ອາເມລິກາ ທ່ານ Terry Branstad ມາເພື່ອມອບຈົດໝາຍທາງການທີ່ຄັດຄ້ານບັນດາມາດຕະການລົງໂທດເຊິ່ງ ອາເມລິກາ ໄດ້ຈັດວາງໃສ່ກົມກອງທະຫານແຫ່ງໜຶ່ງຂອງຈີນ ຍ້ອນໄດ້ຊື້ເຮືອບິນສູ້ຮົບ ແລະ ບັນດາລະບົບລູກສອນໄຟຂອງລັດເຊຍ.

        ຫວ່າງມໍ່ໆມານີ້, ຈີນ ໄດ້ຊື້ເຮືອບິນສູ້ຮົບ Sukhoi Su -35 10 ລຳ ແລະ ບັນດາລູກສອນໄຟ S -400 ຂອງລັດເຊຍ. ອຳນາດການປົກຄອງ ອາເມລິກາ ຖືວ່າ ບັນດາການຊື້ຂາຍຄືແນວນັ້ນໄດ້ກີດຂວາງບັນດາມາດຕະການລົງໂທດຂອງອາເມລິກາ ສຳລັບ ມົດສະກູ, ທີ່ເຄີຍຍົກອອກມາໂດຍກ່ຽວຂ້ອງເຖິງບັນດາການກ່າວຫາວ່າໄດ້ແຊກແຊງເຂົ້າດ້ານການເມືອງຂອງ ອາເມລິກາ, ເຊິ່ງແມ່ນສິ່ງທີ່ ລັດເຊຍ ຍາມໃດກໍ່ປະຕິເສດ.

        ກົມພັດທະນາອຸປະກອນ ຈີນ (EDD) ແລະ ຜູ້ນຳໜ້າອົງການນີ້ແມ່ນທ່ານ ຫຼີຊາງຟູ ຖືກ ອາເມລິກາ ລົງໂທດ ຍ້ອນປະຕິບັດ “ບັນດາການແລກປ່ຽນຄ້າຂາຍທີ່ສຳຄັນ” ກັບບໍລິສັດສົ່ງອອກອາວຸດ Rosoboronexport ຂອງລັດເຊຍ. ທ່ານ ຫຼີຊາງຟູ ຖືກຈັດເຂົ້າໃນບັນຊີລາຍຊື່ບັນດາບຸກຄົນຖືກລັດໄວ້, ມີຄວາມໝາຍວ່າບໍ່ວ່າຊັບສິນໃດໆຂອງເຂົາເຈົ້າລ້ວນແຕ່ຖືກອາເມລິກາ ຄວບຄຸມ. ນອກຈາກນັ້ນ, EDD ກໍ່ຖືກປະຕິເສດໃບອະນຸຍາດສົ່ງອອກ ແລະ ຖືກຍົກເລີກອອກຈາກລະບົບການເງິນຂອງອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ