ຈີນ ແລະ ຝຣັ່ງ ຈັດຕັ້ງກອງປະຊຸມເຈລະຈາຍຸດທະສາດຄັ້ງທີ 20

(VOVWORLD) - ວັນທີ 15 ກໍລະກົດ, ທ່ານ ຫວາງອີ, ກຳມະການລັດຖະບານ, ລັດຖະມົນຕີກະຊວງການຕ່າງປະເທດ ຈີນ ແລະ ທ່ານ Emmanuel Bonne, ທີ່ປຶກສາດ້ານການຕ່າງປະເທດຂອງທ່ານປະທານາທິບໍດີ ຝຣັ່ງ ໄດ້ເປັນປະທານຮ່ວມກອງປະຊຸມເຈລະຈາຍຸດທະສາດ ຈີນ - ຝຣັ່ງ ຄັ້ງທີ 20.


ຈີນ ແລະ ຝຣັ່ງ ຈັດຕັ້ງກອງປະຊຸມເຈລະຈາຍຸດທະສາດຄັ້ງທີ 20 - ảnh 1ທ່ານ ຫວາງອີ, ກຳມະການລັດຖະບານ, ລັດຖະມົນຕີກະຊວງການຕ່າງປະເທດ ຈີນ (ພາບ:  AFP/TTXVN)

ທີ່ກອງປະຊຸມເຈລະຈາ, ທ່ານ ຫວາງອີ ໄດ້ເນັ້ນໜັກວ່າ ຈີນ ແລະ ຝຣັ່ງ ຄວນສຸມໃສ່ “ສັງກະລາດຫລັງໂລກລະບາດໂຄວິດ-19 ຫລາຍກ່ວາອີກ”, ເພີ່ມທະວີການຕິດຕໍ່ ແລະ ການຮ່ວມມືຍຸດທະສາດ, ຊຸກຍູ້ການເລີ່ມຕົ້ນໃໝ່ໃນການພົວພັນ 2 ຝ່າຍ.

        ສ່ວນຝ່າຍ ຝຣັ່ງ, ທ່ານ Emmanuel Bonne ໄດ້ຢັ້ງຢືນວ່າ ຝຣັ່ງ ພ້ອມແລ້ວທີ່ຈະສະໜອງສະພາບແວດລ້ອມເປີດ ແລະ ບໍ່ຈຳແນກການປະພຶດຕໍ່ບັນດາວິສາຫະກິດ ຈີນ. ໄປຄຽງຄູ່ກັນນັ້ນ, ທ່ານ Emmanuel Bonne ກໍ່ເນັ້ນໜັກວ່າ ຝຣັ່ງ ພ້ອມແລ້ວທີ່ຈະສວມບົດບາດສ້າງສັນໃນການສ້າງຕັ້ງການພົວພັນຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ ອີຢູ ແລະ ຈີນ.

        ທີ່ກອງປະຊຸມເຈລະຈາ, 2 ຝ່າຍກໍ່ບັນລຸໄດ້ຂໍ້ຕົກລົງວ່າດ້ວຍການເຊື່ອມຕໍ່ສາຍການບິນປົກກະຕິລະຫວ່າງ ຈີນ ແລະ ຝຣັ່ງ ຄືນໃໝ່ຍິ່ງໄວກໍ່ຍິ່ງດີ, ພ້ອມທັງເຫັນດີເປັນເອກະພາມຕໍ່ການເພີ່ມຄວາມໄວໃນການເຈລະຈາຂໍ້ຕົກລົງວ່າດ້ວຍການລົງທຶນລະຫວ່າງ ຈີນ - ອີຢູ, ເພີ່ມທະວີການຮ່ວມມືໃນການປ່ຽນແປງຂອງດິນຟ້າອາກາດ, ຊີວະນາໆພັນ ແລະ ບັນດາຂົງເຂດອື່ນໆ ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ