ຈີນ ແລະ ອິນ​ເດຍ ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ຊາຍ​ແດນ

(VOVWORLD) -ຈີນ ແລະ ອິນເດຍ ພວມຈັດຕັ້ງກອງປະຊຸມຄັ້ງທີ 19 ກ່ຽວກັບກົນໄກປຶກສາຫາລື ແລະ ການຮ່ວມມືໃນບັນດາບັນຫາຊາຍແດນ ລະຫວ່າງ ຈີນ - ອິນເດຍ.
ຈີນ ແລະ ອິນ​ເດຍ ປຶ​ກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ຊາຍ​ແດນ - ảnh 1ທ່ານ ແຢວງອວ໊ນປິນ ໂຄສົກກະຊວງການຕ່າງປະເທດ ຈີນ  (ພາບ:AFP/TTXVN)  

ວັນທີ 30 ກັນຍາ, ທ່ານ ແຢວງອວ໊ນປິນ ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ຈີນ ແລະ ອິນເດຍ ພວມຈັດຕັ້ງກອງປະຊຸມຄັ້ງທີ 19 ກ່ຽວກັບກົນໄກປຶກສາຫາລື ແລະ ການຮ່ວມມືໃນບັນດາບັນຫາຊາຍແດນ ລະຫວ່າງ ຈີນ - ອິນເດຍ.

        ກ່າວຄຳເຫັນທີ່ການຖະແຫຼງຂ່າວນັດສາມັນ, ທ່ານໂຄສົກກະຊວງການຕ່າງປະເທດ ຈີນ ຊີ້ແຈ້ງວ່າ ກອງປະຊຸມດັ່ງກ່າວ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບການປະຕິບັດເນື້ອໃນ 5 ຂໍ້ທີ່ລັດຖະມົນຕີກະຊວງການຕ່າງປະເທດສອງປະເທດບັນລຸໄດ້ຢູ່ນະຄອນຫຼວງມົດສະກູ (ປະເທດລັດເຊຍ) ກໍຄືຄົ້ນຄວ້າ ແລະ ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງໃນພື້ນທີ່ຕົວຈິງ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນ.

 ແທັງຕຸ່ງ - ນັກຂ່າວ VOV ປະຈຳ ອິນເດຍ

ຕອບກັບ

ຂ່າວ/ບົດ​ອື່ນ