ຈີນ ໄດ້ປະກາດປື້ນປົກຂາວກ່ຽວກັບ ການຮ່ວມມືລະຫວ່າງ ຈີນ - ຍີ່ປຸ່ນ - ສ.ເກົາຫຼີ

ຈີນ ໄດ້ປະກາດປື້ນປົກຂາວກ່ຽວກັບ ການຮ່ວມມືລະຫວ່າງ ຈີນ - ຍີ່ປຸ່ນ - ສ.ເກົາຫຼີ - ảnh 1
( ພາບປະກອບຈາກ: xinhuanet )

( vovworld ) –   ວັນ​ທີ 9/5, ກະຊວງ​ການ​ຕ່າງປະ​ເທດ​ຈີນ​ ໄດ້ປະກາດ​ປື້ນ​ປົກຂາວ​ທີ່​ມີ​ຊື່ວ່າ “ ການ​ຮ່ວມ​ມື​ລະຫວ່າງຈີນ - ຍີ່ປຸ່ນ -ສ.​ເກົາຫຼີ ​ໄລຍະ 1999 – 2012 ” ​ໃນ​ນັ້ນ​ໄດ້​ຕີ​ລາຄາ​ກ່ຽວ​ກັບ​ວິວັດ​​ແຫ່ງ​ການ​ພົບ​ປະ​ແລກປ່ຽນ, ໝາກຜົນ​ຂອງ​ການ​ຮ່ວມ​ມື​ ແລະ ການຄາດ​ຄະ​ເນ​ແງ່​ຫວັງຂອງ​ການ​ຮ່ວມ​ມື​ລະຫວ່າງ 3 ປະ​ເທດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ປື້ນ​ປົກຂາວໄດ້​ປະກາດ​ກ່ອນທີ່ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ 3 ຝ່າຍ​ຄັ້ງ​ທີ 5 ລະຫວ່າງ ຈີນ - ຍີ່ປຸ່ນ ​ແລະ ສ.​ເກົາຫຼີ ຢູ່​ປັກ​ກິ​ງ, ຄາ​ດວ່າ​ຈະ​ດຳ​ເນີນ​ໄປ​ໃນ​ລະຫວ່າງວັນ​ທີ 13 – 14/5. ປື້​ມປົກຂາວ​ໄດ້ຊີ້​​​ແຈ້ງ​ວ່າ ຜ່ານ​ໄລຍະ 10 ປີ​ແຫ່ງ​ການພັດທະນາ, ການ​ຮ່ວມ​ມືລະຫວ່າງຈີນ - ຍີ່ປຸ່ນ​ ແລະ ສ.​ເກົາຫຼີ ​ໄດ້​ກໍ່ສ້າງ​ເປັນ​ລະບົບ​ຮ່ວມມືຄົບ​ຖ້ວນພໍ​ສົມຄວນ, ​ສ້າງ​​ເປັນການ​ຮ່ວມ​ມື​ຮອບດ້ານໃນ​ທຸກ​ຂົງ​ເຂດ, ​ໃນ​ນັ້ນ​ຖືກ​ອງປະຊຸມ​ບັນດາ​ການ​ນຳ​​ເປັນແກ່ນສານ. ວົງ​ເງິນການ​ຄ້າ​ລະຫວ່າງ 3 ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ທົບ 4 ​ເທົ່າ ນັບ​ແຕ່ສ້າງ​ຕັ້ງ​ການ​ຮ່ວມ​ມື 3 ຝ່າຍ, ຈາກ​ລະດັບ 130 ຕຶ້ USD ​ໃນ​ປີ 1999 ຂຶ້ນ​ເຖິງ 690 ຕຶ້ USD. ຈີນ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານການ​ຄ້າ​ອັນ​ດັບ​ໜື່ງຂອງ​ຍີ່ປຸ່ນ ​ແລະ ສ.​ເກົາຫຼີ​ ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ, ​ໃນ​ຂະນະ​ທີ່​ຍີ່ປຸ່ນ ​ແລະ ສ.​ເກົາຫຼີ​ ຢືນ​ອັນ​ດັບທີ 4 ​ແລະ ທີ 6 ​ໃນ​ຈຳນວນ​ບັນດາ​ຄູ່ຮ່ວມ​ມື​ການ​ຄ້າ​ຂອງ​ຈີນ.

ຂ່າວ/ບົດ​ອື່ນ