ຈີນນຳໃຊ້ກຳປັ່ນປ້ອງກັນທຸກປະເພດ86ລຳ,ເຄື່ອນໄຫວຢ່າງຜິດກົດໝາຍຢູ່ເຂດທະເລຂອງຫວຽດນາມ
ຈີນ ເພີ່ມກຳປັ່ນປ້ອງກັນເຂົ້າເຂດທະເລຂອງຫວຽດນາມ
ພາບ:dantri.com.vn
|
(vovworld) - ວັນທີ 13/5, ກອງບັນຊາການຕຳຫລວດປ້ອງກັນທະເລ ສັງກັດກະຊວງປ້ອງກັນປະເທດຫວຽດນາມ ໃຫ້ຮູ້ວ່າ: ຈີນ ໄດ້ນຳໃຊ້ກຳປັ່ນ 86 ລຳ ເພື່ອຄຸ້ມຊູ, ປ້ອງກັນ ໃຫ້ແກ່ການເຄື່ອນໄຫວຜິດກົດໝາຍ,ລ່ວງລະເມີດຂອງຮ້ານເຈາະນ້ຳມັນໄຮຢາງ 981 ຢູ່ເຂດເສດຖະກິດຈຳເພາະ,ໄຫລ່ທະວີບຂອງຫວຽດນາມ.ໄລ່ຮອດວັນທີ 13/5, ຈີນ ໄດ້ນຳໃຊ້ກຳປັ່ນ 9 ປະເພດເພື່ອປ້ອງກັນການຕັ້ງເຈາະນ້ຳມັນໄຮຢາງ 981 ເຂົ້າເຂດທະເລຂອງຫວຽດນາມ. ເປັນຫນ້າສົນໃຈ, ເວລາ 8 ໂມງ 30 ນາທີ ວັນດຽວກັນ, ເມື່ອກຳປັ່ນຕຳຫລວດປ້ອງກັນທະເລຂອງຫວຽດນາມ ບຸກເຂົ້າໃກ້ກັບຮ້ານເຈາະນ້ຳມັນຂອງຈີນ ເພື່ອໂຄສະນາ ຢືນຢັນອະທິດປະໄຕ ແລະ ຄັດຄ້ານການກະທຳທີ່ຜິດພາດຂອງຈີນ ພ້ອມທັງຮຽກຮ້ອງ ຝ່າຍຈີນ ຈົ່ງຖອນຮ້ານເຈາະນ້ຳມັນ ແລະ ກຳປັ່ນທັງໝົດອອກຈາກເຂດທະເລຂອງຫວຽດນາມ, ໄດ້ຖືກກຳປັ່ນປ້ອງກັນທະເລຂອງຈີນ 3 ລຳປິດລ້ອມ, ສິດນ້ຳ ແລະ ຕຳ່ໃສ່ ເຮັດໃຫ້ກຳປັ່ນຂອງ ຫວຽດນາມ ຖືກເປ່ເພ. ຕໍ່ຫນ້າສະພາບການນັ້ນ, ພະນັກງານ, ຕຳຫລວດຢູ່ກຳປັ່ນລັດຖະການຂອງຫວຽດນາມ ໄດ້ເປັນເຈົ້າການ, ອຸ່ນອຽນໃຈ, ຕັ້ງໝັ້ນ, ມີໄຫວພິບເພື່ອທັງຮັກສາອະທີປະໄຕທະເລໝູ່ເກາະ, ໄຫລ່ທະວີບຂອງປະເທດຊາດ, ທັງຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ.