ຈີນປະກາດປຶ້ມປົກຂຽວກ່ຽວກັບການພັດທະນາວັດທະນະທຳ
(ພາບປະກອບ)
|
(vovworld)- ປຶ້ມປົກຂຽວ “ ບົດລາຍງານພັດທະນາວັດທະນະທຳຈີນ - 2014 ” ທີ່ປະກາດເມື່ອວັນທີ 17/4 ໃຫ້ຮູ້ວ່າ : ໃນໄລຍະ 2010 – 2012, ຂະແໜງວັດທະນະທຳຂອງຈີນ ໄດ້ກຳເອົາກາລະໂອກາດຍຸດທະສາດ, ດັ່ງນັ້ນໄດ້ຍາດເອົາບັນດາຜົນງານທີ່ພົ້ນເດັ່ນ. ເດືອນ 9/2009, ກອງປະຊຸມຄະນະລັດຖະບານຈີນ ໄດ້ຮັບຮອງເອົາ “ ແຜນກຳນົດປັບປຸງພາລະກິດວັດທະນະທຳ” ຊຶ່ງເປັນຂີດໝາຍກ່ຽວກັບວັດທະນະທຳຈີນໄດ້ຫັນທິດຈາກຂະແໜງອາຊີບຫັດຖະກຳມາເປັນພາລະກິດເສົາຄ້ຳຂອງພື້ນຖານເສດຖະກິດແຫ່ງຊາດ. ມາຮອດປະຈຸບັນ, ວັດທະນະທຳໄດ້ກາຍເປັນພາກສ່ວນທີ່ສຳຄັນໃນການຍູ້ໄວການຫັນປ່ຽນແບບວິທີເຕີບໂຕເສດຖະກິດ. ຕາມຕົວເລກສະຖີຕິ, ໃນເກືອບ 3 ປີມໍ່ໆມານີ້, ລະດັບການເຕີບໂຕສະເລ່ຍກ່ຽວກັບມູນຄ່າເພີ່ມໃນແຕ່ລະປີຂອງຂະແໜງວັດທະນະທຳຈີນໄດ້ລືນກາຍ 20% ແລະ ນັບມື້ນັບກວມອັດຕາສ່ວນສູງໃນພື້ນຖານເສດຖະກິດແຫ່ງຊາດ.