ຈີນປາດຖະໜາວ່າ ອາເມລິກາ ແບ່ງປັນເປົ້າໝາຍບັນລຸໄດ້ຂໍ້ຕົກລົງດ້ານການຄ້າ

(VOVWORLD) -ວັນທີ 19 ກຸມພາ, ໂຄສົກກະຊວງການຕ່າງປະເທດຈີນ ເກີງຊວາງ ໄດ້ຍົກອອກຄຳຖະແຫຼງປາດຖະໜາ

ຢາກໃຫ້ ວໍຊິງຕັນ ແລະ ປັກກິງ ຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອປະຕິບັດຂໍ້ຕົກລົງສຳຄັນເຊິ່ງການນຳ 2 ປະເທດບັນລຸໄດ້ ໃນການພົບປະເມື່ອປີ 2018 ຢູ່ອັກຊັງຕິນ, ກໍ່ຄືແບ່ງປັນເປົ້າໝາຍບັນລຸໄດ້ຂໍ້ຕົກລົງອາດຈະຮັບຮູ້ໄດ້ ແລະ ມີຜົນປະໂຫຍດໃຫ້ທັງ 2 ຝ່າຍ.

        ໂຄສົກກະຊວງການຕ່າງປະເທດຈີນ ຍົກອອກຄຳຖະແຫຼງດັ່ງກ່າວ ກ່ອນດຳເນີນຮອບເຈລະຈາດ້ານການຄ້າຄັ້ງຕໍ່ໄປ ຂອງວົງການເຈົ້າໜ້າທີ່ຂັ້ນສູງລະຫວ່າງ 2 ປະເທດ, ຄາດວ່າ ຈະດຳເນີນໃນວັນທີ 21 ກຸມພາ ຢູ່ວໍຊິງຕັນ.

ຕອບກັບ

ຂ່າວ/ບົດ​ອື່ນ