ຈີນ,ຫວຽດນາມເພີ່ມທະວີການຮ່ວມມືປ້ອງກັນ,ຕ້ານຢາເສບຕິດ

ຈີນ,ຫວຽດນາມເພີ່ມທະວີການຮ່ວມມືປ້ອງກັນ,ຕ້ານຢາເສບຕິດ - ảnh 1
ເຮໂຣອິນ
(ພາບປະກອບ)


(vovworld) – ວັນ​ທີ 10/3, ຈີນ ​ແລະ ຫວຽດນາມ ​ໄດ້​ສົມທົບ​ກັນ​ຈູດ​ເຜົາຢາ​ເສບ​ຕິດ 1.000 kg ຢູ່​ເຂດ​ປົກຄອງ​ດ້ວຍ​ຕົນ​ເອງ ຈວາງ, ​ໃນ​ແຂວງ ກວາງຊີ, ທາງ​ພາກ​ໃຕ້ປະ​ເທດ ຈີນ. ນີ້​ແມ່ນ​ສ່ວນ​ໜຶ່ງ​ໃນ​ບັ້ນ​ຮົບ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ລວມລະຫວ່າງ 2 ປະ​ເທດ. ​ເລື່ອງ​ຈູ​ດ​ເຜົາ​ຈຳນວນ​ຢາ​ເສບ​ຕິດ​ດັ່ງກ່າວ, ​​ເປັນ​ຕົ້ນ​ແມ່ນ ​ເຮ​ໂຣອິນ, ​ໄດ້​ດຳ​ເນີນ​ຢູ່​​ເມືອງ​ ນິນໝິນ, ​ຕິດ​ກັບ​ຊາຍ​ແດນ​ ຫວຽດນາມ, ພາຍ​ໃຕ້​ການ​ເປັນ​ສັກຂີ​ພິຍານ​ຂອງ​ບັນດາ​ອົງການ​ຕຳຫຼວດ ​ແລະ ຜູ້ຕາງໜ້າ​ບັນດາ​ອົງການ​ຊາວ​ໜຸ່ມ 2 ປະ​ເທດ. ຜູ້ນຳ​ໜ້າ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ທ້ອງ​ຖີ່​ນ, ​ທ່ານ ກາວ​ສວຽນ ​ໄດ້​ຕີ​ລາຄາ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳຢາ​ເສບ​ຕິດ, ຮັບປະກັນ​ຄວາມ​ເປັນ​ລະ​ບຽບຮຽບຮ້ອຍ ​ແລະ ​ສະຖຽນ​ລະ​ພາບ​ຢູ່​ເຂດ​ຊາຍ​ແດນ ຈີນ - ຫວຽດນາມ ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ເຫັນ​ໄດ້​ຊັດ. ບັ້ນ​ຮົບ​ນີ້​ໄດ້​ຮັບ​ການ​ປະຕິບັດ​ເພື່ອ​ແນ​ໃສ່​ປະກອບ​ສ່ວນ​ຍົກ​ສູງ​ສະຕິ​ຂອງ​ປະຊາຊົນ, ພິ​ເສດ​ແມ່ນ​ໄວ​ໜຸ່ມ ກ່ຽວ​ກັບ​ບັນດາ​ຜົນ​ຮ້າຍຢ້ອນ​ຫຼັງ​ຂອງ​ຢາ​ເສບ​ຕິດ.

ຂ່າວ/ບົດ​ອື່ນ