ຈີນ-ອິນເດຍຊຸກຍູ້ການຮ່ວມມື2ຝ່າຍ

ຈີນ-ອິນເດຍຊຸກຍູ້ການຮ່ວມມື2ຝ່າຍ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຈີນ ຫຼີ​ເຄີ​ຊຽນ ​ແລະ ຄູ່​ຕຳ
​ແໜ່​ງ ອິນ​ເດຍ ທ່ານ Narendra Modi
(ພາບ: TTXVN)

(vovworld) – ​ ວັນ​ທີ 21/11, ທ່ານ​ນາຍົກລັດຖະມົນຕີ ຈີນ ຫຼີ​ເຄີ​ຊຽນ ​ແລະ ຄູ່​ຕຳ​ແໜ່​ງ ອິນ​ເດຍ ທ່ານ Narendra Modi ​ໄດ້ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ການ​ພົວພັນ 2 ຝ່າຍ ກໍ​ຄື​ບັນດາ​ບັນຫາ​ທົ່ວ​ໂລກ ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ​ໃນ​ການ​ພົບ​ປະ​ຢູ່ນອກ​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ຈັດ​ຕັ້ງ​ຢູ່​ນະ​ຄອນ​ຫລວງ ກົວ​ລາ​ລຳ​ເປີ ປະ​ເທດ ມາ​ເລ​ເຊຍ, ທ່ານ ຫຼີ​ເຄີ​ຊຽນ ຖື​ວ່າ: ຈີນ ​ແລະ ອິນ​ເດຍ, ​ແມ່ນ 2 ປະ​ເທດ​ພວມ​ພັດທະນາ​ໃຫຍ່​ສຸດ​ໃນ​ໂລກ, ມີ​ຜົນ​ປະ​ໂຫຍ​ດລວ​ມ​ຫລາຍກ່ວາ​ຄວາມ​ແຕກ​ຕ່າງ​ກັນ, ພ້ອມ​ທັງ ຊີ້​ແຈ້ງວ່າ: ​ເລື່ອງ​ຊຸກຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການ​ຮ່ວມ​ມື​ລະຫວ່າ​ງ 2 ປະ​ເທດ ບໍ່​ພຽງ​ແຕ່​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ທັງ 2 ປະ​ເທດ​​ເທົ່າ​ນັ້ນ ຫາກ​ຍັງ​ປະ​ກອບ​ສ່ວນ​​ເພື່ອ​ສັນຕິພາບ, ການພັດທະນາ ​​ແລະ ຄວາມວັດທະນາ​ຖາວອນ​ຂອງ ອາຊີ ​ແລະ ​ໂລກອີກ​ດ້ວຍ. ຕາມ​ທ່ານ ຫຼີ​ເຄີ​ຊຽນ ​ແລ້ວ ຈີນ ພ້ອມ​ແລ້ວ​ທີ່ຈະ​ຮ່ວມ​ມື​ກັບ ອິນ​ເດຍ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ດ້ານ​ການ​ຄ້າ, ການ​ລົງທຶນ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ການ​ບໍລິການ​ການ​ເງິນ ​ແລະ ​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ປະຊາຊົນ ​ເພື່ອ​ປັບປຸງ​ການ​ສະໜັບ​ສະ​ໜູນ​ຂອງ​ປະຊາຊົນ​ສຳລັບ​ການ​ພົວພັນ 2 ຝ່າຍ​ກ່ວາ​ອີກ.

 

ຂ່າວ/ບົດ​ອື່ນ