(vovworld)- ວັນທີ 7/9, ຈີນ ແລະ ອາຊຽນໄດ້ຮັບຮອງເອົາຫຼັກການຊີ້ນຳກ່ຽວກັບໂທລະສັບສາຍດ່ວນຂອງບັນດານັກການທູດຂັ້ນສູງລະຫວ່າງ 2 ຝ່າຍ ແນໃສ່ແກ້ໄຂສະພາວະສຸກເສີນບົນທະເລ. 2 ຝ່າຍໄດ້ອອກຖະແຫຼງການຮ່ວມ, ໃນນັ້ນເປັນເອກະສັນກັນນຳໃຊ້ຫຼັກການກ່ຽວກັບການຫຼີກລ້ຽງຄວາມຕິດຂັດຢ່າງກະທັນຫັນບົນທະເລ (CUES), ຊຶ່ງແມ່ນຂໍ້ຕົກລົງສາກົນທີ່ບັນລຸໄດ້ເມື່ອປີ 2014 ແນໃສ່ຫຼຸດຜ່ອນຄວາມສ່ຽງເກີດການຕິດຂັດຢູ່ທະເລຕາເວັນອອກ. ຈີນ ແລະ ອາຊຽນ ໄດ້ບັນລຸຄວາມເຫັນດີເຫັນພ້ອມດັ່ງກ່າວທີ່ກອງປະຊຸມການນຳຈີນ-ອາຊຽນຄັ້ງທີ 19 ຊຶ່ງໄຂຂຶ້ນຢູ່ນະຄອນຫຼວງວຽງຈັນ. ທີ່ກອງປະຊຸມ, 2 ຝ່າຍກໍໄດ້ອອກຖະແຫຼງການຮ່ວມ 2 ສະບັບກ່ຽວກັບກອງປະຊຸມການນຳສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງການພົວພັນຄູ່ເຈລະຈາຈີນ-ອາຊຽນ ແລະ ການຮ່ວມມືທາງດ້ານຄວາມສາມາດຜະລິດ 2 ຝ່າຍ.