ຈີນໃຫ້ບຸລິມະສິດຊຸກຍູ້ການພົວພັນກັບອາຊຽນໃນປີ 2017
ໂຄສົກກະຊວງການຕ່າງປະເທດຈີນ ເກິ່ງຊວ່າງ
(ພາບ: TTXVN)
(vovworld) - ວັນທີ 4/1, ໂຄສົກກະຊວງການຕ່າງປະເທດຈີນ ເກິ່ງຊວ່າງ ຢືນຢັນວ່າ ຈີນຍາມໃດກໍ່ຖືອາຊຽນ ແມ່ນທິດໃຫ້ບຸລິມະສິດໃນການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ພ້ອມທັງກຽມພ້ອມໜູນຊ່ວຍຟີລິບປິ່ນດຳລົງຕຳແໜ່ງເປັນປະທານໝູນວຽນອາຊຽນເປັນຢ່າງດີ ກໍ່ຄືຊຸກຍູ້ການພົວພັນ ຈີນ-ອາຊຽນ ຂຶ້ນສູ່ລະດັບສູງໃໝ່. ປີ 2017 ແມ່ນປີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ ແລະ ແມ່ນປີແຫ່ງການຮ່ວມມືການທ່ອງທ່ຽວ ຈີນ-ອາຊຽນ. ທ່ານ ເກິ່ງຊວ່າງ ໃຫ້ຮູ້ວ່າ ການພົວພັນສອງຝ່າຍເບິ່ງຄືວ່າພວມລໍຖ້າກາລະໂອກາດໃໝ່ ເພື່ອຍົກລະດັບ ແລະ ຍົກສູງຄຸນນະພາບ. ແລະກໍ່ຕາມທ່ານໂຄສົກກະຊວງການຕ່າງປະເທດຈີນແລ້ວ ຈີນຍັງປາດຖະໜາຢາກພ້ອມກັບບັນດາປະເທດອາຊຽນ ສືບຕໍ່ເພີ່ມທະວີການພົບປະແລກປ່ຽນນະໂຍບາຍ, ເຊື່ອມຕໍ່ຍຸດທະສາດ ແລະ ຮ່ວມມືຢ່າງແທດຈິງ ແລະ ເລິກເຊິ່ງ, ຊຸກຍູ້ການປະຕິບັດໝາກຜົນການຍົກລະດັບພາກພື້ນການຄ້າເສລີ ຈີນ-ອາຊຽນ.