ຈັບຕົວ 6 ເປົ້າໝາຍທີ່ກ່ຽວຂ້ອງເຖິງເຫດຢຽບກັນຢູ່ ອິນເດຍ

(VOVWORLD) - ນີ້ແມ່ນເຫດວິນາດສະກຳຮ້າຍແຮງທີ່ສຸດຢູ່ ອິນເດຍ ໃນກວ່າ 1 ທົດສະວັດຜ່ານມາ.
ຈັບຕົວ 6 ເປົ້າໝາຍທີ່ກ່ຽວຂ້ອງເຖິງເຫດຢຽບກັນຢູ່ ອິນເດຍ - ảnh 1ເຫດຢຽບກັນຢ່າງຮ້າຍແຮງຢູ່ລັດ Uttar Pradesh, ເຮັດໃຫ້ 121 ຄົນເສຍຊີວິດ ແລະ ຫຼາຍຄົນຖືກບາດເຈັບ
(ພາບ: REUTERS/Anushree Fadnavis)

        ວັນທີ 04 ກໍລະກົດ, ຕຳຫຼວດ ອິນເດຍ ໃຫ້ຮູ້ວ່າ, ໄດ້ຈັບຕົວ 6 ຄົນ (ຊາຍ 4 ຄົນ, ຍິງ 2 ຄົນ) ທີ່ກ່ຽວຂ້ອງເຖິງເຫດຢຽບກັນຢ່າງຮ້າຍແຮງຢູ່ລັດ Uttar Pradesh, ທາງພາກເໜືອ ອິນເດຍ ໃນວັນທີ 02 ກໍລະກົດ, ເຮັດໃຫ້ 121 ຄົນເສຍຊີວິດ ແລະ ຫຼາຍຄົນຖືກບາດເຈັບ. ທັງ 6 ເປົ້າໝາຍທີ່ຖືກຈັບຕົວນັ້ນລ້ວນແຕ່ແມ່ນຜູ້ຊ່ວຍວຽກໃຫ້ນັກເຜີຍແຜ່ສາສະໜາທີ່ມີຊື່ສຽງ Suraj Pal Singh. ຕາມຕຳຫຼວດລັດ Uttar Pradesh ແລ້ວ, ເມື່ອເກີດສະພາບຢຽບກັນ, ທັງ 6 ຄົນດັ່ງກ່າວລ້ວນແຕ່ຫຼົບໜີອອກຈາກສະຖານທີ່ເກີດເຫດ.

        ເຫດຢຽບກັນເກີດຂຶ້ນໃນການເຮັດພິທີກຳຂອງບັນດາສາສະນິກກະຊົນ Hindu ຢູ່ນະຄອນ Hathras. ນີ້ແມ່ນເຫດວິນາດສະກຳຮ້າຍແຮງທີ່ສຸດຢູ່ ອິນເດຍ ໃນກວ່າ 1 ທົດສະວັດຜ່ານມາ. ຈຳນວນຜູ້ເຂົ້າຮ່ວມຫຼາຍທົບ 3 ເທົ່າໃນຈຳນວນທີ່ໄດ້ອະນຸຍາດນັ້ນ ໄດ້ຮັບຖືວ່າແມ່ນສາຍເຫດເກີດສະພາບຢຽບກັນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ