ຈໍານວນ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ - 19 ​​​ໃນ​ໂລກລື່ນ​ກາຍ​ຕົວ​ເລກ​ຄາດ​ໝາຍ 850.000 ຄົນ

(VOVWORLD) -ຕາມຕົວເລກອອກຄັ້ງຫຼ້າສຸດຂອງສູນລະບົບວິທະຍາສາດ ແລະ ເຕັກໂນໂລຢີຂອງມະຫາວິທະຍາໄລ Johns Hopkins, ອາເມລິກາ ແລ້ວ, ວັນທີ 01 ເມສາ ມີນາ ຜູ້ຕິດເຊື້ອພະຍາດໂຄວິດ - 19 ໄດ້ປະກົດມີຢູ່ 203 ປະເທດ ແລະ ເຂດແຄວ້ນ ດ້ວຍກວ່າ 850.000 ຄົນ.

 ໃນຂະນະນັ້ນ, ຕາມເວັບໄຊສະຖິຕິສະເພາະກິດ www.worldometers.info ແລ້ວ, ຄິດໄລ່ຮອດວັນທີ 31 ມີນາ,ຈໍານວນຜູ້ຕິດເຊື້ອພະຍາດຍາດດັ່ງກ່າວໃນທົ່ວໂລກໄດ້ຂຶ້ນເຖິງເກືອບ 820.000 ຄົນແລ້ວ.

ວັນທີ 31 ມີນາ ກໍແມ່ນວັນທີ່ມີການຢັ້ງຢືນວ່າຈໍານວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຫຼາຍທີ່ສຸດ ນັບແຕ່ຫົວທີມາຮອດປັດຈຸບັນ. ປະເທດຝລັ່ງໄດ້ຢັ້ງຢືນວ່າມີເກືອບ 500 ຄົນເສຍຊີວິດຍ້ອນເຊື້ອໄວຣັດ SARS-CoV-2 ໃນຮອບເວລາ 24 ຊົ່ວໂມງ, ເຊິ່ງປັດຈຸບັນແມ່ນປະເທດຢືນອັນດັບທີ 3 ໃນໂລກ ກ່ຽວກັບຈໍານວນຜູ້ເສຍຊີວິດຍ້ອນເຊື້ອໄວຣັດດັ່ງກ່າວ, ຖັດຈາກ ອີຕາລີ ແລະ ແອັດສະປາຍ, ລື່ນກາຍ ອາເມລິກາ ແລະ ຈີນ.

        ແອັດສະປາຍ ເຊິ່ງເປັນປະເທດມີຈໍານວນຜູ້ຕິດເຊື້ອພະຍາດຫຼາຍອັນດັບ 2 ໃນໂລກ ກໍໄດ້ປະກາດຈໍານວນຜູ້ເສຍຊີວິດຕື່ມອີີກ 849 ຄົນ, ອັນໄດ້ຍົກຈໍານວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ຂຶ້ນເກືອບ 8.200 ຄົນ.

ຈໍານວນ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ - 19 ​​​ໃນ​ໂລກລື່ນ​ກາຍ​ຕົວ​ເລກ​ຄາດ​ໝາຍ 850.000 ຄົນ  - ảnh 1 ການເຮັດອະນາໄມສີດຢາຂ້າເຊື້ອຢູ່ອີຕາລີໃນວັນທີ 31 ມີນາ (ພາບປະກອບ: TTXVN)

        ອີຕາລີ ຖືວ່າ ໂລກລະບາດໂຄວິດ - 19 ຢູ່ປະເທດນີ້ໄດ້ຂຶ້ນຢູ່ລະດັບ ສູງສຸດແລ້ວ ເມື່ອຢັ້ງຢືນວ່າ ມີ 4.000 ກໍລະນີຕິດເຊື້ອໃນວັນທີ 31 ມີນາ, ຍົກຍອດ    ຈໍານວນຜູ້ຕິດເຊື້ອໂຄວິດ - 19 ຂຶ້ນເຖິງກວ່າ 105.700 ກໍລະນີ. ໃນນັ້ນ, ຈໍານວນຜູ້ເສຍຊີວິດແມ່ນກວ່າ 12.400 ກໍລະນີ.

ສ່ວນຢູ່ອັງກິດ, ວັນທີ 31 ມີນາ, ໄດ້ຢັ້ງຢືນວ່າມີຜູ້ເສຍຊີວິດໃໝ່ຕື່ມອີກ 381 ຄົນ, ເຖິງຢ່າງໃດກໍຕາມ, ວົງການເຈົ້າໜ້າທີ່ສາທາລະນະສຸກກໍໃຫ້ຂໍ້ສັງເກດວ່າ ລະດັບການແຜ່ລະບາດຂອງໂລກລະບາດດັ່ງກ່າວພວມຄ່ອຍໆຊ້າລົງ.

ຢູ່ອາເມລິກາ, ຮອດວັນທີ 31 ມີນາ ຈໍານວນຜູ້ເສຍຊີວິດໃນ ແມ່ນ ເກືອບ 3.400 ຄົນ, ເຊິ່ງລື່ນກາຍຍອດຈໍານວນຜູ້ເສຍຊີວິດທີ່ໄດ້ຢັ້ງຢືນຢູ່ ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ