ຈຳ​ນວນ​ຜູ້​ເສ​ຍ​ຊີ​ວິດ​ໃນ​ວິ​ວັ​ດ​ການ​ອົບ​ພະ​ຍົບ​ປີ 2023 ມີ​ຕົວ​ເລກ​ທີ່​ສູງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ

(VOVWORLD) - ອົງການ IOM ຊີ້ແຈ້ງວ່າ ຈຳນວນຜູ້ອົບພະຍົບເສຍຊີວິດໃນປີ 2023 ໄດ້ເພີ່ມຂຶ້ນ 20% ເມື່ອທຽບໃສ່ປີ 2022, ໂດຍໄດ້ເນັ້ນໜັກເຖິງຄຳຮຽກຮ້ອງທີ່ຮີບດ່ວນ ເຊິ່ງລັດຖະບານບັນດາປະເທດຕ້ອງກະທຳ ເພື່ອສະກັດກັ້ນສະພາບການນີ້. 
ຈຳ​ນວນ​ຜູ້​ເສ​ຍ​ຊີ​ວິດ​ໃນ​ວິ​ວັ​ດ​ການ​ອົບ​ພະ​ຍົບ​ປີ 2023 ມີ​ຕົວ​ເລກ​ທີ່​ສູງ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ - ảnh 1ກ່ຳປັ່ນໂດຍສານຜູ້ອົບພະຍົບໄປຍັງເກາະ Canary, ແອັດສະປາຍ ໃນວັນທີ 21/10/2023 (ພາບ: AFP/TTXVN)

ປີ 2023, ຈຳນວນຜູ້ເສຍຊີວິດໃນໄລຍະທາງແຫ່ງການອົບພະຍົບໃນທົ່ວໂລກ ມີຢ່າງໜ້ອຍສຸດ 8.565 ຄົນ. ວັນທີ 6 ມີນາ, ອົງການອົບພະຍົບສາກົນ (IOM) ໃຫ້ຮູ້ວ່າ ຕົວເລກນີ້ ໄດ້ສ່ອງແສງໃຫ້ເຫັນວ່າ ປີ 2023 ແມ່ນປີທີ່ມີຈໍານວນຜູ້ອົບພະຍົບເສຍຊີວິດສູງທີ່ສຸດ ນັບແຕ່ເມື່ອເລີ່ມດຳເນີນການສະຖິຕິຕົວເລກດັ່ງກ່າວ ແຕ່ປະມານ 10 ປີ ກ່ອນ. ອົງການ IOM ຊີ້ແຈ້ງວ່າ ຈຳນວນຜູ້ອົບພະຍົບເສຍຊີວິດໃນປີ 2023 ໄດ້ເພີ່ມຂຶ້ນ 20% ເມື່ອທຽບໃສ່ປີ 2022, ໂດຍໄດ້ເນັ້ນໜັກເຖິງຄຳຮຽກຮ້ອງທີ່ຮີບດ່ວນ ເຊິ່ງລັດຖະບານບັນດາປະເທດຕ້ອງກະທຳ ເພື່ອສະກັດກັ້ນສະພາບການນີ້. ຕົວເລກຂອງປີ 2023 ກໍໄດ້ລື່ນກາຍລະດັບສູງສຸດທີ່ເຄີຍໄດ້ຢັ້ງຢືນເມື່ອປີ 2016 ນັ້ນແມ່ນຫຼາຍກວ່າ 8.000 ຄົນ.

                IOM ໃຫ້ຮູ້ວ່າ ຍ້ອນວ່າບັນດາເສັ້ນທາງອົບພະຍົບທີ່ປອດໄພ ແລະ ໄດ້ຮັບການຄຸ້ມຄອງທີ່ດີນັ້ນ ແມ່ນຍັງມີໜ້ອຍທີ່ສຸດ, ສະນັ້ນ ຍັງມີນັບແສນໆຄົນໄດ້ເລືອກເອົາການອົບພະຍົບແບບຜິດກົດໝາຍ ແລະ ຂາດຄວາມປອດໄພ. ວິວັດການຂ້າມຜ່ານທະເລ ເມດີເຕຣານຽນ ຍັງແມ່ນເສັ້ນທາງທີ່ມີຜູ້ເສຍຊີວິດຫຼາຍທີ່ສຸດ. ກວ່າ 50% ຈຳນວນຜູ້ອົບພະຍົບທີ່ເສຍຊີວິດໃນປີ 2023 ແມ່ນຍ້ອນຈົມນ້ຳ, 9% ແມ່ນຍ້ອນປະສົບອຸປະຕິເຫດທາງຄົມມະນາຄົມ ແລະ 7% ແມ່ນຈາກການໃຊ້ຄວາມຮຸນແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ