ຈຳນວນຜູ້ເສຍຊີວິດໃນເຫດວາງລະເບີດເພີ່ມຂຶ້ນຫຼາຍ,ISຍອມຮັບເປັນຕົວການ

ຈຳນວນຜູ້ເສຍຊີວິດໃນເຫດວາງລະເບີດເພີ່ມຂຶ້ນຫຼາຍ,ISຍອມຮັບເປັນຕົວການ - ảnh 1
(ພາບປະກອບ EPA)

(vovworld) –  ວັນ​ທີ 23/7, ກຳລັງ​ທະຫານ​ກະບົດ​​ອິດສະ​ລາມ ຕາ​ລີ​ບານ ​ໄດ້​ປະຕິ​ເສດ​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ເຫດ​ວາງ​ລະ​ເບີດ​ສະຫຼະຊີບ​ຢູ່​ນະຄອນຫຼວງ Kabul ​ຂອງ ອາບ​ກາ​ນິດ​ສະຖານ ​ເຮັດ​ໃຫ້​ກ່ວາ 200 ຄົນ​​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ. ກະຊວງ​ສາທາລະນະ​ສຸກ​ປະ​ເທດ​ນີ້​ໃຫ້​ຮູ້​ວ່າ: ຢ່າງ​ໜ້ອຍ​ສຸດມີ 61 ຄົນ​ເສຍ​ຊີວິດ ​ແລະ ອີກ 207 ຄົນ​ຖືກ​ຮັບ​ບາ​ດ​ເຈັບ​ໃນ​ການວາງ​ລະ​ເບີດ, ຈຳນວນ​ຜູ້​ເສຍ​ຊີວິດ ​ແລະ ຮັບ​ບາດ​​ເຈັບຄາດ​​ວ່າ​ຍັງ​ຈະ​ເພີ່ມ​ຂຶ້ນອີກ. ​ໂຄສົກ​ຂອງ ຕາ​ລີ​ບານ Zabihullah Mujahid ຖະ​ແຫຼ​ງວ່າ ຕາ​ລີ​ບານ “ບໍ່​ກ່ຽວຂ້ອງ​ເຖິງ​ເຫດ​ບຸກ​ໂຈມ​ຕີ​ທີ​່ນອງ​ເລືອດ​ນີ້”, ພ້ອມ​ທັງ​ຖື​ວ່າ​ເຫດ​ບຸກ​ໂຈມຕີ​ໄດ້​ຮັບ​ການ​ປະຕິບັດ​ຍ້ອນ “ບັນດາ​ກຸ່ມ​ຄົນ​ທີ່​ເປັນ​ປໍ​ລະ​ປັກ”. ​ໃນ​ຂະນະ​ນັ້ນ, ສຳນັກ​ຂ່າ​ວສານ Amaq ມີ​ການ​ກ່ຽວຂ້ອງ​ເຖິງອົງການ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ​ໄດ້​ໃຫ້​ຂ່າວ​ວ່າ​ກຸ່ມ​ກໍ່​ການ​ຮ້າຍ​ນີ້​ໄດ້​ຍອມຮັບ​ປະຕິບັດ​ການ​ວາງ​ລະ​ເບີດ​ສະຫຼະຊີບ​​ແນ​ໃສ່​ປະຊາ​ຄົມ​ຊາວ​ມຸດ​ສະ​ລິ​ມນິກາຍ ຊີ​ອະ ​ຢູ່ ອາບ​ກາ​ນິດ​ສະຖານ. ຕາມ​ສຳນັກ​ຂ່າວສານ​ນີ້​ແລ້ວ, ທະຫານ IS ສອງຄົນ​ໄດ້​ທຳ​ລະ​ເບີດ​ແຕກ​ເມື່ອ​ພວມ​ຢື່ນຢູ່ທ່າມກາງ​ກຸ່ມ​ຄົນ​ໜ້າ​ແໜ້ນພວມ​ທຳ​ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ນະຄອນຫຼວງ Kabul.


ຂ່າວ/ບົດ​ອື່ນ