ຊຸກຍູ້ ແລະ ປົກປ້ອງສິດຂອງແມ່ຍິງ ແລະ ເດັກນ້ອຍອາຊຽນ

ຊຸກຍູ້ ແລະ ປົກປ້ອງສິດຂອງແມ່ຍິງ ແລະ ເດັກນ້ອຍອາຊຽນ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ ACWC ຢູ່​ຫວຽດນາມ ​ແລະ ພາກ​​ເໜືອ
(ພາບ: Minh Quyết/TTXVN)

(vovworld) – ວັນ​ທີ 17/6, ຢູ່​ແຂວງ​ກວາງ​ນິງ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ສົມທົບ​ກັບ​ອົງການ​ແມ່ຍິງ​ສະຫະ​ປະຊາ​ຊາດ (UN Women) ຈັດ​ຕັ້ງກອງ​ປະຊຸມ​ສຳ​ມະ​ນາ “ທາ​ບທາມ​ກ່ຽວ​ກັບ​ການ​ຍົກ​ສູງ​ຄວາມ​ສາມາດ​ໃຫ້​ເຄືອ​ຂ່າຍ​ຂອງ​ຄະນະ​ກຳມະການ​ຊຸກຍູ້​ແລະ​ປົກ​ປ້ອງ​ສິດ​ຂອງ​ແມ່ຍິງ ​ແລະ ​ເດັກນ້ອຍ​ອາ​ຊຽນ (ACWC) ຢູ່​ຫວຽດນາມ ​ແລະ ພາກ​​ເໜືອ“. ກອງ​ປະຊຸມ​ສຳ​ມະ​ນາ ​ໄດ້​ແບ່ງປັນຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ແຜນການ​ຂອງ ACWC, ບັນຫາ​ສິດທິ​ມະນຸດ​ໃນ​ອາ​ຊຽນ; ​ແບ່ງປັນ​ບົດຮຽນ​ທີ່​ດີ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ໃນ​ການ​ສຶກສາ ​ແລະ ສາທາລະນະ​ສຸກ, ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ສຳລັບ​ແມ່ຍິງ ​ແລະ ​ເດັກນ້ອຍ, ຕ້ານ​ການ​ຄ້າ​ມະນຸດ. ປະກອບ​ຄວາມ​ເຫັນ​ໃຫ້​ຮ່າງ​ຖະ​ແຫຼ​ງການ​ອາ​ຊຽນ ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ສຳລັບ​ແມ່ຍິງ ​ແລະ ​ເດັກນ້ອຍ. ບັນດາ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກໍ່​ໄດ້​ປຶກສາ​ຫາລື, ລາຍ​ງານ​ຂໍ້​ມູນ​ຂ່າວລ້າ​ສຸດ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມາດ, ຄວາມ​ຮູ້ ​ແລະ ບັນດາ​ສິດ​ຂອງ​ແມ່ຍິງ, ​ເດັກນ້ອຍ​ໃນ​ອາ​ຊຽນ ກໍ່​ຄືຢູ່​ໃນ​ໂລກ, ປະກອບ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ສ້າງ ​ແລະ ປັບປຸງມາດຕາ​ທາ​ບທາມ ​ແລະ ປຽບທຽບ​ຂອງ​ເຄືອ​ຂ່າຍ​ເຄື່ອນ​ໄຫວ​ຢູ່​ຫວຽດນາມ ຂອງ ຄະນະ​ກຳມະການ​ອາຊຽນ ກ່ຽວ​ກັບ​ການ​ຊຸກຍູ້ ​​ແລະ ປົກ​ປ້ອງ​ສິດ​ຂອງ​ແມ່ຍິງ ​ແລະ ​ເດັກນ້ອຍ.

ຂ່າວ/ບົດ​ອື່ນ