ຊຸກຍູ້ການພັດທະນາຕະຫຼາດທຶນຮັບໃຊ້ບັນດາເປົ້າໝາຍພັດທະນາເສດຖະກິດ,ສັງຄົມ

(VOVWORLD) -ຕອນເຊົ້າວັນທີ 25 ຕຸລາ, ຢູ່ນະຄອນໂຮ່ຈິມິນ, ບໍລິສັດຫຸ້ນສ່ວນຫຼັກຊັບໄຊງ່ອນ (SSI) ໄດ້ຈັດກອງປະຊຸມ “Gateway to Vietnam 2017” ດ້ວຍຫົວຂໍ້ “ຕະຫຼາດທຶນ - ກຳລັງໜູນເຕີບໂຕໃໝ່ຂອງພື້ນຖານເສດຖະກິດ”.
ຊຸກຍູ້ການພັດທະນາຕະຫຼາດທຶນຮັບໃຊ້ບັນດາເປົ້າໝາຍພັດທະນາເສດຖະກິດ,ສັງຄົມ - ảnh 1 (ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ)

ເຂົ້າຮ່ວມ ແລະ ກ່າວປາໄສທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ ໃຫ້ຂໍ້ສັງເກດວ່າ, ໃນໄລຍະປະຈຸບັນແມ່ນຈຸດເວລາທີ່ດີເພື່ອໃຫ້ບັນດາວິສາຫະກິດ, ນັກລົງທຶນກຳແໜ້ນກາລະໂອກາດລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ. ດ້ວຍຈຸດພິເສດແມ່ນພື້ນຖານເສດຖະກິດເປີດ, ຫວຽດນາມ ພວມຊຸກຍູ້ບັນດາຮູບແບບເຕີບໂຕ ໂດຍອີງໃສ່ບັນດາທ່າແຮງກ່ຽວກັບແຮງງານໜຸ່ມ, ຄວາມມີສະຖຽນລະພາບທາງດ້ານການເມືອງ, ສັງຄົມ, ເສດຖະກິດມະຫາພາກເປັນປົກກະຕິ… ມຸ່ງໄປເຖິງການສ້າງເງື່ອນໄຂໃຫ້ແກ່ນັກລົງທຶນ, ວິສາຫະກິດພັດທະນາຢ່າງຍາວນານ. ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ, ກ່າວວ່າ.

“ລັດຖະບານໄດ້ ແລະ ພວມຖືເປັນສຳຄັນການພັດທະນາຕະຫຼາດທຶນ, ຕະຫຼາດຫຼັກຊັບຢ່າງມີປະສິດທິຜົນ, ເພື່ອສວມບົດບາດຢ່າງແທ້ຈິງໃນການລະດົມ, ຈັດແບ່ງທຶນໄລຍະກາງ ແລະ ໄລຍະຍາວໃຫ້ພື້ນຖານເສດຖະກິດ. ໃນໄລຍະຜ່ານມາ, ລັດຖະບານໄດ້ມີຄວາມເພິງພໍໃຈກັບລະດັບເຕີບໂຕ ແລະ ບົດບາດຂອງຕະຫຼາດຫຼັກຊັບໃນການໜູນຊ່ວຍໃຫ້ລະບົບສິນເຊື່ອ, ສ້າງກຳລັງໜູນໃຫ້ແກ່ການພັດທະນາ ແລະ ເຊື່ອມຕໍ່ແຫຼ່ງເງິນລົງທຶນທາງອ້ອມເຂົ້າຫວຽດນາມ. ໃນການພັດທະນາລວມຂອງຫວຽດນາມ, ມີການຮ່ວມແຮງຮ່ວມໃຈປະກອບສ່ວນສຳຄັນຂອງວິສາຫະກິດ, ນັກລົງທຶນຕ່າງປະເທດ”.

ຕອບກັບ

ຂ່າວ/ບົດ​ອື່ນ