ຊຸກຍູ້ການພົວພັນ ມິດຕະພາບຫວຽດນາມ- ຍີ່ປຸ່ນກ່ວາອີກ ວັນສຸກ ທີ 2 ສິງຫາ ຄ.ສ. 2013 | 14:05:25 (ພາບ: tohuyrua.net) (vovworld)- ວັນທີ 1/8, ຄະນະຜູ້ແທນກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ-ຍີ່ປຸ່ນ ໂດຍທ່ານໂຕຮູຍເຣືອ ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ-ຍີ່ປຸ່ນ ນຳໜ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ຍີ່ປຸ່ນ. ນີ້ແມ່ນການເຄື່ອນໄຫວໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ. ໃນຕອນບ່າຍຂອງວັນທີ 1/8, ທ່ານປະທານສະພາຕ່ຳຍີ່ປຸ່ນ Bunmei Ibuki ໄດ້ໃຫ້ການຕ້ອນຮັບທ່ານໂຕຮູຍເຣືອ ແລະ ບັນດາສະມາຊິກກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ-ຍີ່ປຸ່ນ. ນະທີ່ນີ້, ທ່ານປະທານສະພາຕ່ຳຍີ່ປຸ່ນ Bunmei Ibuki ປາດຖະໜາວ່າ ປີ 2013 ຈະກາຍເປັນຂີດໝາຍແຫ່ງການພັດທະນາກະໂດດຂັ້ນຂອງສາຍພົວພັນອັນສະໜິດສະໜົມລະຫວ່າງສອງປະເທດ. ສ່ວນທ່ານໂຕຮູຍເຣືອ ຫວັງວ່າ ສະພາແຫ່ງຊາດສອງປະເທດຈະສືບຕໍ່ເພີ່ມທະວີການຮ່ວມມືກ່ວາອີກ ເພື່ອປະກອບສ່ວນຊຸກຍູ້ສາຍພົວພັນອັນດີງາມລະຫວ່າງສອງປະເທດໃນປະຈຸບັນໃນທຸກຂົງເຂດ. ໃນຕອນບ່າຍຂອງວັນດຽວກັນ, ກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ-ຍີ່ປຸ່ນ ໄດ້ມີການເຮັດວຽກກັບພັນທະມິດລັດຖະສະພາມິດຕະພາບຍີ່ປຸ່ນ-ຫວຽດນາມ ຊື່ງລວມມີບັນດາທ່ານສະມາຊິກລັດຖະສະພາຂຶ້ນກັບພັກການເມືອງຕ່າງໆຂອງຍີ່ປຸ່ນ. ນະທີ່ນີ້, ທ່ານ Toshihiro Nikai ປະທານພັນທະມິດລັດຖະສະພາມິດຕະພາບຍີ່ປຸ່ນ-ຫວຽດນາມ ໃຫ້ຮູ້ວ່າ: ເຖິງວ່າຂຶ້ນກັບບັນດາພັກການເມືອງທີ່ແຕກຕ່າງກັນກໍ່ຕາມ ແຕ່ບັນດາທ່ານສະມາຊິກລັດຖະສະພາຂອງສະພາແຫ່ງຊາດຍີ່ປຸ່ນ ເກືອບທັງໝົດລ້ວນແຕ່ມີຄວາມປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ ກ່ວາອີກ./. Tag ໂຕຮູຍເຣືອ ຂ່າວ/ບົດອື່ນ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເຮັດວຽກກັບຄະນະປະຈຳຄະນະພັກນະຄອນ ໂຮ່ຈີມິນ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບຜູ້ຕາງໜ້າປັນຍາຊົນຊາວຫວຽດນາມ ທີ່ຂຶ້ນກັບປະຊາຄົມທີ່ນຳໃຊ້ພາສາຝລັ່ງ ກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ 19: ປະດິດຄິດສ້າງ, ປ່ຽນແປງໃໝ່ ແລະ ຍົກສູງທີ່ຕັ້ງບົດບາດຂອງພາສາ ຝລັ່ງ ງານບຸນຊຸດເສື້ອຍາວ ແລະ ການທ່ອງທ່ຽວ ຮ່າໂນ້ຍ 2024: ເຊີດຊູສິ່ງຍອດຢ້ຽມຂອງຊຸດເສື້ອຍາວທີ່ເປັນມູນເຊື້ອຂອງ ຫວຽດນາມ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບຜູ້ຕາງໜ້າປັນຍາຊົນຊາວຫວຽດນາມ ທີ່ຂຶ້ນກັບປະຊາຄົມທີ່ນຳໃຊ້ພາສາຝລັ່ງ
ກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ 19: ປະດິດຄິດສ້າງ, ປ່ຽນແປງໃໝ່ ແລະ ຍົກສູງທີ່ຕັ້ງບົດບາດຂອງພາສາ ຝລັ່ງ
ງານບຸນຊຸດເສື້ອຍາວ ແລະ ການທ່ອງທ່ຽວ ຮ່າໂນ້ຍ 2024: ເຊີດຊູສິ່ງຍອດຢ້ຽມຂອງຊຸດເສື້ອຍາວທີ່ເປັນມູນເຊື້ອຂອງ ຫວຽດນາມ
ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢ້ຽມຢາມທາງລັດຖະກິດ ກຸຍບາ ຢ່າງເປັນທາງການ ແລະ ດຳເນີນການພົບປະເຈລະຈາຂັ້ນສູງ
ປະທານາທິບໍດີ ອຽກລັງ ຍ້ອງຍໍບົດບາດສຳຄັນ ແລະ ຕັ້ງໜ້າຂອງ ຫວຽດນາມ ໃນການຮັກສາຄວາມໝັ້ນຄົງຢູ່ພາກພື້ນ
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ