ຊຸກຍູ້ການພົວພັນຄູ່ຮ່ວມມື, ຮ່ວມມືຍຸດທະສາດ ຫວຽດນາມ - ສ ເກົາຫຼີ

ຊຸກຍູ້ການພົວພັນຄູ່ຮ່ວມມື, ຮ່ວມມືຍຸດທະສາດ ຫວຽດນາມ - ສ ເກົາຫຼີ - ảnh 1
​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງຕ້ອນຮັບ
ທ່ານ​ນາງ​ປະທານາທິບໍດີ​ສ.​ເກົາຫຼີ Park Geun Hye
(ພາບ: vietnamnet.vn)


(​vovworld) –​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ທ່ານ​ນາງ​ປະທານາທິບໍດີ ສ ​ເກົາຫຼີ Park Geun – hye ຢ້ຽມຢາມທາງ​ລັດຖະກິດ ສສ ຫວຽດນາມ ​ແຕ່​ວັນ​ທີ 7 – 11/9. ນີ້​ແມ່ນ​ການ​ຢ້ຽມຢາມ ຫວຽດນາມ ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ປະທານາທິບໍດີ Park Geun – hye ພາຍຫຼັງ​ດຳລົງ​ຕຳ​ແໜ່​ງ​ໃນ​ເດືອນ 2 ປີ​ນີ້ ​ແລະ ແມ່ນການ​ຢ້ຽມຢາມ ຫວຽດນາມ ​ເປັນ​ຄັ້ງ​ທີ 5 ​​ຂອງປະທານາ​ທິບໍດີ ສ ​ເກົາຫຼີ ນັບ​ແຕ່​​ເມື່ອ 2 ປະ​ເທດ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ໃນ​ປີ 1992. ທີ່​ພິທີ​ຕ້ອນຮັບ​ໃນ​ຕອນ​ເຊົ້າ​ວັນ​ທີ 9/9, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເຊື່ອ​ໝັ້ນ​ວ່າການ​ຢ້ຽມຢາມ​ນີ້​ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື, ຮ່ວມມື​ຍຸດ​ທະ​ສາດ ຫວຽດນາມ - ສ ​ເກົາຫຼີ​ ກ້າວ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ. ທ່ານ​ນາງ​ປະທານາທິບໍດີ Park Geun – hye, ຢັ້ງຢືນວ່າ ການ​ຢ້ຽມຢາມ ຫວຽດນາມ ສະ​ແດງ​ຄວາມ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື ຮ່ວມມື​ຍຸດ​ທະ​ສາດ​ກັບ ຫວຽດນາມ, ສ້າງ​​ການ​ພົວພັນ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ພ້ອມ​ທັງ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ.

    ທີ່​ການ​​ເຈລະຈາ​ພາຍຫຼັງ​ພິທີ​ຮັບ, 2 ຝ່າຍ​ສະແດງຄວາມພາກພູມໃຈເມື່ອ​ເຫັນ​ວ່າ: ພາຍຫຼັງ 20 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລ​ະ 4 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່ຮວມມື ຮ່ວມ​ມື​ຍຸດ​ທະ​ສາດລະຫວ່າງ 2 ປະເທດ (10/2009), ການ​ພົ​ວພັນ​ລະຫວ່າງ ຫວຽດນາມ ​ແລະ ສ ​ເກົາຫຼີ ​ໄດ້​ພັດທະນາ​ຢ່າງ​ແຮງ​ໃນ​ຫຼາຍ​ຂົງ​ເຂດ. ກ່ຽວ​ກັບ​ດ້ານ​ການ​ເມືອງ, 2 ຝ່າຍ​ແລ​ກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ​ເປັນ​ປະຈຳ. ກ່ຽວ​ກັບ​ດ້ານ​ການ​ຄ້າ​, ສ ​ເກົາຫຼີ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ 4 ຂອງ ຫວຽດນາມ ​ແລະ ຫວຽດນາມ ​ແມ່ນ​ຕະຫຼາດ​ສົ່ງອອກໃຫຍ່​ອັນ​ດັບ 9 ຂອງ ສ ​ເກົາຫຼີ. ວົງ​​ເງິນ​ການ​ຄ້າ 2 ຝ່າຍ​ໃນ​ປີ 2012 ບັນລຸ​ກ່ວາ 21 ຕື້ USD. ​ໃນ 7 ​ເດືອນ​ຜ່ານ​ມາ, ວົງ​ເງິນ​ການ​ຄ້າ 2 ຝ່າຍ​ບັນລຸ​ກ່ວາ 15 ຕື້ USD, ​ເພີ່ມ​ຂຶ້ນເກືອບ 40% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ທີ່​ການ​ພົບ​ປະກັນ​ສື່​ມວນ​ຊົນ​ພາຍຫຼັງ​ການ​ເຈລະຈາ, ທ່ານ​ປະທານ​ປະ​ເທດ ​ເຈືອງ​​ເຕີ​ນຊາງ ຢືນຢັນຢາກ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ 2 ປະ​ເທດກວ່າອີກ:

“ຂ້າພະ​ເຈົ້າ​ຊົມ​ເຊີຍ ສ ​ເກົາຫຼີ ສືບ​ຕໍ່​ຖື ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ຈຸດ​ສຸມ​ກ່ຽວ​ກັບ​ການ​ຮ່ວມ​ມື​ພັດທະນາ ​ແລະ ຊົມ​ເຊີຍ​ບັນດາ​ວິ​ສາ​ຫະກິດ ສ ​ເກົາຫຼີ ​ເພີ່ມ​ທະວີ​ການ​ລົງທຶນ​ສົມທົບ​ກັນ​ການ​ມອບ​ໂອນ​ເຕັກ​​ໂນ​ໂລ​ຢີ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ. ຂ້າພະ​ເຈົ້າ​ເຊື່ອໝັ້ນຢ່າງ​ແນວ​ແນ​ວ່າ: ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ນາງ​ປະທານາທິບໍດີ ຄັ້ງ​ນີ້​ຈະ​ບັນລຸ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ສ້າງ​ກຳລັງ​ໜູນ​ໃໝ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ສ ​ເກົາຫຼີ, ຕອບ​ສະໜອງ​ຄວາມ​ມຸ້ງ​ມາດ​ປາດ​ຖາ​ໜາ ​ແລະ ຜົ​ນປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.”

ຊຸກຍູ້ການພົວພັນຄູ່ຮ່ວມມື, ຮ່ວມມືຍຸດທະສາດ ຫວຽດນາມ - ສ ເກົາຫຼີ - ảnh 2

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ

ພົບປະເຈລະຈາ ກັບທ່ານ​ນາງ​ປະທານາທິບໍດີ ສ ​ເກົາຫຼີ

(ພາບ: chinhphu.vn)

    ຕອນ​ບ່າຍ​ວັນ​ທີ 9/9, ທີ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ມີ​ການ​ພົບປະເຈລະຈາ ກັບທ່ານ​ນາງ​ປະທານາທິບໍດີ ສ ​ເກົາຫຼີ Park Geun – hye. ໜ້າ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢືນຢັນວ່າ ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ່​ເຮັດ​ຈົນສຸດ​ຄວາມ​ສາມາດ​ຂອງ​ຕົນ ເພື່ອ​ເພີ່ມ​ພຸ​ນຄຸນ​ສ້າງ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ສ ​ເກົາຫຼີ ​ໃຫ້​ນັບ​ມື້​ນັບ​ພັດທະນາ, ພິ​ເສດ​ແມ່ນ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂອງການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ຢ່າງມີປະສິດທິຜົນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເໜີ​ໃຫ້​ທ່ານ​ນາງ​ປະທານາທິບໍດີ Park Geun – hye ສືບ​ຕໍ່​ເອົາ​ໃຈ​​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ການ​ປ້ອງກັນຊາດ, ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຄ້າ, ການ​ລົງທຶນ..​.​

    ທ່ານ​ນາງ​ປະທານາທິບໍດີ Park Geun – hye ​ເຊື່ອ​ໝັ້ນ​ວ່າ: ຖະ​ແຫຼ​ງການ​ຮ່ວມ​ເຊິ່ງ 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້​ຈະ​ເປັນຂີດ​ໝາຍ​ໃນ​ການ​ພັດທະ​ນາ​ວັດທະນາ​ຖາ​ວອນ​ຂອງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ, ພ້ອມ​ທັງ​ຫວັງ​ວ່າ: ນາຍົກ​ລັດຖະມົນຕີ ຈະ​ຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ ຫວຽດນາມ ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ໃນ​ຖະ​ແຫຼ​ງການ​ຮ່ວມ​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ນາງ​ປະທານາທິບໍດີ Park Geun – hye ຢືນຢັນ ສ.ເກົາຫຼີ ຈະ​ສ້າງ​​ເງື່ອນ​ໄຂ​ໃຫ້​ ຫວຽດນາມ ​​ເສົ່ງອອກສິນຄ້າເຂົ້າ​ຕະຫຼາດ​ປະ​ເທດ​ນີ້, ຊຸກຍູ້​ການລົງ​ນາມ ຕ້ອນຮັບ​ຄົນ​ງານ ຫວຽດນາມ ໂດຍໄວ ​ແລະ ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຂົງ​ເຂດ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ.

    ​ໃນ​ຕອນ​ເຊົ້າວັນ​ດຽວ​ກັນ, ທ່ານ​ນາງ​ປະທານາທິບໍດີ Park Geun – hye  ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ໄດ້​ວາງ​ພວງມາລາ​ເຂົ້າ​ສຸສາ​ນໄຫວ້​ອາ​ໄລ​ປະທານ ​ໂຮ່ຈີ​ມິນ.

  ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽນ​ຊິງ​ຮຸ່ງ ​ໄດ້​ໃຫ້ການ​ຕ້ອນຮັບທ່ານ​ນາງ​ປະທານາທິບໍດີ ສ​ເກົາຫຼີ Park Geun Hye. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ, ສະພາ​ແຫ່ງ​ຊາດ​ຫວຽດນາມ​ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ແລະ ໜູນ​ຊ່ວຍ​ລັດຖະບານ​ສອງ​ປະ​ເທດ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ໃຫ້​ນັບ​ມື້​ນັບ​ພັດທະນາ. ສ່ວນທ່ານ​ນາງ​ປະທານາທິບໍດີ ສ​ເກົາຫຼີ Park Geun Hye ກໍ່​ຢືນຢັນ​ວ່າ ການ​ຢ້ຽມຢາມ​ຫວຽດນາມ ​ຄັ້ງ​ນີ້​ຂອງ​ຄະນະກໍ່​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ອົງການ​ນິຕິບັນຍັດ​ສອງ​ປະ​ເທດ, ພ້ອມ​ທັງ​ຢັ້ງຢືນ​ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ​ປະຊາ​ຄົມ​ຊາວ​ຫວຽດນາມອາ​ໄສ​ຢູ່ ສ​ເກົາ​ຫຼື.

ຊຸກຍູ້ການພົວພັນຄູ່ຮ່ວມມື, ຮ່ວມມືຍຸດທະສາດ ຫວຽດນາມ - ສ ເກົາຫຼີ - ảnh 3
ກອງ​ປະຊຸມ​ສຳ​ມະ​ນາ​ການ​ຮ່ວມ​ມື​ດ້ານ​ນິວຄະ​ເລຍ​ລະຫວ່າງ​ຫວຽດນາມ - ສ​ເກົາ​ຫຼີ
(ພາບ: chinhphu.vn)

 
 ຕອນ​ບ່າຍ​ວັນ​ທີ 9/9, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນກອງ​ປະຊຸມ​ສຳ​ມະ​ນາ​ການ​ຮ່ວມ​ມື​ດ້ານ​ນິວຄະ​ເລຍ​ລະຫວ່າງ​ຫວຽດນາມ - ສ​ເກົາ​ຫຼີ ​ໂດຍ​ກະຊວງ​ການ​ຄ້າ, ອຸດສາຫະກຳ ​ແລະ ພະລັງງານ​ສ​ເກົາຫຼີ (MOTIE) ພ້ອມ​ກັບ​ກຸ່ມ​ບໍລິສັດ​ໄຟຟ້າ ສ​ເກົາຫຼີ (KEPCO) ຈັດ​ຕັ້ງ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຫວຽດນາມ​ຂອງ​ທ່ານ​ນາງ​ປະທານາທິບໍດີ ສ​ເກົາຫຼີ Park Geun Hye. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່າ​ນລັດຖະມົນຕີ​ກະຊວງ​ການ​ຄ້າ​ອຸດສາຫະກຳ ​ແລະ ພະລັງງານ ສ​ເກົາຫຼີ Yoon Sang Jick. ປະທານ​ກຸ່ມ​ບໍລິສັດ​ໄຟຟ້າ​ສ​ເກົາຫຼີ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະລັງງານ​ລະຫວ່າງ​ຫວຽດນາມ - ສ​ເກົາຫຼີ ຈະ​ສືບ​ຕໍ່​ປະສົບ​ຜົນສຳ​ເລັດ​ກວ່າ​ອີກ ຜ່ານ​ການ​ຮ່ວມ​ມື​ຢ່າງ​ລະອຽດ ​ແນ​ໃສ່​ສ້າງ​ກາລະ​ໂອກາດ​ຕື່ມ​ອີກ ​ເພື່ອ​ພັດທະນາ​ຂະ​ແໜງ​ອຸດສາຫະກຳ​ທີ່​ກ່ຽວຂ້ອງ​ຂອງ​ຫວຽດນາມ. ຝ່າຍ ສ​ເກົາຫຼີ​ ​ໃຫ້​ຄຳໝັ້ນ​ສັນຍາ​ຈະໜູນ​ຊ່ວຍຫວຽດນາມ ​ໃນ​ກາ​ນກໍ່ສ້າງ​ເຕັກ​ໂນ​ໂລ​ຢີທີ່​ທັນ​ສະ​ໄໝ ​ແລະ ​ເປັນ​ເອກະລາດ​ຢ່າງຮອບດ້ານ.
    ໃນ​ໂອກາດ​ນີ້, ຫວຽດນາມ ​ແລະ ສ​ເກົາຫຼີ ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ, ​ໃນ​ນັ້ນ​ຊີ້​ແຈ້ງວ່າ: ຫວຽດນາມ - ສ​ເກົາຫຼີ​ ເຫັນ​ດີ​ເປັນ​ເອກະ​ພາບ​ມານະ​ພະຍາຍາມ​ຈັດ​ຕັ້ງ​ການ​ເຈລະຈາ​ຂັ້ນ​ສູງ​ເປັນ​ປະຈຳດ້ວຍ​ຫຼາຍ​ຮູບ​ການ, ຊຸກຍູ້​ການ​ແລກປ່ຽນ​ຂັ້ນ​ສູງ​ລະຫວ່າງ​ພັກ, ລັດຖະບານ, ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ. ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ການ​​ແລກປ່ຽນ, ຮ່ວມ​ມື​ໃນ​ຂົງ​ເຂດ​ບຳລຸງ​ສ້າງ​ພະນັກງານ​ປ້ອງ​ກັນ​ປະ​ເທດ, ອຸດສາຫະກຳ​ປ້ອງ​ກັນ​ປະ​ເທດ… ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ຫວຽດນາມ ​ແລະ ສ​ເກົາຫຼີ ສູ້​ຊົນ​ບັນລຸ​ວົງ​ເງິນ​ການ​ຄ້າ​ໃຫ້​ໄດ້ 70 ຕື້ USD ​ໃນ​ປີ 2020, ກໍ່​ຄື​ເຫັນ​ດີ​ຕໍ່​ຄວາມ​ຈຳ​ເປັນ​ຕ້ອງ​ຊຸກຍູ້​ການ​ເຈລະຈາ​ເພື່ອ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ ​ແລະ ສ​ເກົາຫຼີ  (VKFTA) ​ໃນ​ລະດັບ​ສູງ ​ແລະ ຮອບດ້ານ​ໃນ​ປີ 2014. ສອງ​ຝ່າຍ​ເຫັນ​ດີ​ຊຸກຍູ້ “ລາຍການ​ຄວາມສຸກ​ຫວຽດນາມ“ ​ເພື່ອ​ແນ​ໃສ່​ຍົກ​ສູງ​ລາຍ​ຮັບ​ຂອງ​ປະຊາຊົນ. ຫວຽດນາມ ​ແລະ ສ​ເກົາຫຼີ  ​ເຫັນ​ດີ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ຄື​ບຳລຸງ​ສ້າງ​ດ້ານ​ພາສາ, ວັດທະນະທຳ​ສິລະ​ປະ, ກິລາ…ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ຮັກສາ​ສິດຜົນປະ​ໂຫຍ​ດອັນ​ເປັນ​ທຳ​ຂອງ​ພົນລະ​ເມືອງ​ແຕ່ລະ​ປະ​ເທດ​ທີ່​ພວມ​ອາ​ໄສ​ຢູ່​ປະ​ເທດ​ປະຈຳ​ຖີ່​ນ. ສອງ​ຝ່າຍ​ເຫັນ​ດີ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ… ຄຽງ​ຂ້າງ​ນັ້ນ, ຫວຽດນາມ ​ແລະ ສ​ເກົາຫຼີ ຖື​ວ່າ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແມ່​ຂອງ - ສ​ເກົາຫຼີ. ​ໃນ​ນັ້ນ​ມີ​​ເລື່ອງ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ. ສອງ​ປະ​ເທດ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ຖື​ວ່າການ​ພິພາດ​ບົນ​ທະ​ເລ​ທັງ​ໝົດ​ລ້ວນ​ແຕ່​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ສັນຕິ​ວິທີ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ​ໃນ​ນັ້ນ​ມີ​ສົນທິສັນຍາ​ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) 1982.

ຂ່າວ/ບົດ​ອື່ນ