ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ສິງກະໂປ ຊຽວຈູງສຽນ
ພາບ: infonet.vn
|
(vovworld)- ໃນຂອບເຂດການຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 12-14/9, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີປະສານງານການປ້ອງກັນຄວາມສະຫງົບແຫ່ງຊາດ ສິງກະໂປ ຊຽວຈູງສຽນໄດ້ເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ໃນຕອນບ່າຍວັນທີ 12/9. ສອງຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືສອງຝ່າຍໃນຂົງເຂດປ້ອງກັນຊາດປ້ອງກັນຄວາມສະຫງົບ, ສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນ, ຫນູນຊ່ວຍເຊິ່ງກັນ ແລະກັນ ພ້ອມກັນຂຸດຄົ້ນບັນດາທ່າໄດ້ປຽບ ໂດຍສັນຍາຂ້າມປາຊີຟີກ ນຳມາໃຫ້ ເມື່ອນຳເຂົ້າຜັນຂະຫຍາຍ ແລະ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ສານ, ຕຸລາການ, ກົດໝາຍ, ການສຶກສາບຳລຸງສ້າງ, ວັດທະນະທຳ ແລະ ການທອ່ງທ່ຽວ. ຮອງນາຍົກລັດຖະມົນຕີ ທັງສອງທ່ານເຫັນດີ ສືບຕໍ່ສົມທົບກັນ ແລະ ສະຫນັບສະຫນູນເຊິ່ງກັນ ແລະກັນ ທີ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ເປັນຕົ້ນໃນ ອາຊຽນ ແລະ ສປຊ. ສອງຝ່າຍເຫັນດີ ຊຸກຍູ້ການເພີ່ມທະວີຄວາມສາມັກຄີ ແລະ ຮັກສາບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບຄວາມໝັ້ນຄົງຂອງພາກພື້ນ, ຢືນຢັນຫລັກໝັ້ນລວມຂອງ ອາຊຽນ ໃນການແກ້ໄຂບັນດາຄວາມຂັດແຍ້ງກັນຢູ່ພາກພື້ນ, ເນັ້ນຫນັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ຄວາມປອດໄພຢູ່ທະເລຕາເວັນອອກ, ເຫັນດີຊຸກຍູ້ການແກ້ໄຂຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ.